ທ່ານນາງ Tong Thi Phong ຮອງປະທານ ສະພາແຫ່ງຊາດເຂົ້າຮ່ວມ ກອງປະຊຸມສຳມະນາ ສາກົນ

ທ່ານນາງ Tong Thi Phong    ຮອງປະທານ ສະພາແຫ່ງຊາດເຂົ້າຮ່ວມ   ກອງປະຊຸມສຳມະນາ  ສາກົນ - ảnh 1
ກອງປະຊຸມສຳມະນາສາກົນຫນ່ວຍ​ສະມາຊິກສະພາ​ແຫ່ງຊາດ  ​ຍິງ
ພາບ:daibieunhandan.vn


(vovworld) -  ຕອນ​ເຊົ້າ​ວັນ​ທີ 27/7, ກອງປະຊຸມ​ສຳ​ມະ​ນາສາ​ກົນ“ຫນ່ວຍ​ສະມາຊິກສະພາ​ແຫ່ງຊາດ (ສສຊ) ​ຍິງ ກັບ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​​ເໝີ​ບພາບ​ລະຫວ່າງ​ຍິງ​ຊາຍ ​ໂດຍ​ກຳມາ​ທິການ​ບັນຫາ​ສັງຄົມ​ຂອງ​ສະພາ​ແຫ່ງ​ຊາດ ​ແລະ ຫນ່ວຍ ສສຊ ສົມທົບ​ກັບ​ສະຫະ​ປະຊາ​ຊາດ​ປະຈຳ ຫວຽດນາມ ຈັດ​ຕັ້ງ​ຂຶ້ນ ຢູ່ ນະຄອນ Nha Trang ​ແຂວງ Khanh Hoa. ມີ ສສຊ ຍິງ ຫວຽດນາມ ​ແລະ ບັນດາ​ປະ​ເທດ​ອາ​ຊຽນ 50 ທ່ານ​ນາງ ​ໄດ້​ສຸມ​ໃສ່​ປຶກສາ​ຫາລື​ບັນດາ​ເນື້ອ​ໃນ​ກ່ຽວ​ກັບ​ບົດບາດ​ຂອງ​ບັນດາ​ກຳມາ​ທິການ​ກ່ຽວ​ກັບ​ຄວາມ​ສະ​ເຫມີ​ພາບ​ລະຫວ່າງ​ຍິງ​ຊາຍ ​ແລະ ບັນດາ​ຫນ່ວຍ ສສຊ ກໍ​ຄື​ການ​ສ້າງ ​ແລະ ປະຕິບັດ​ບັນດາ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ. ກ່າວ​ຄຳປາ​ໄສ​ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ທ່ານ​ນາງ Tong Thi Phong ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ ​ໄດ້​ຢືນຢັນ​ວ່າ: ຫວຽດນາມ ​ແມ່ນ​ຫນຶ່ງ​ໃນ​ບັນດາ​ປະ​ເທດ​​ໄດ້​ເຊັນ ​ແລະ ​ໃຫ້​ສັດຕະ​ຍາ​ບັນ​ສົນທິສັນຍາ ສປຊ ກ່ຽວ​ກັບ​ການ​ລົບ​ລ້າງ​ທຸກ​ຮູບ​ການຈຳ​ແນ​ກປະພຶດ​ຕໍ່ ​ແລະ ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ​ສົນທິສັນຍາ​ດັ່ງກ່າວ​ພາຍ​​ໃນ​ປະ​ເທດໂດ​ຍ​ໄວ. ​ໃນ​ຕະຫລອດ 12 ອາຍຸ​ການ​ຂອງ​ສະພາ​ແຫ່ງ​ຊາດ, ບັນດາສສຊ ຍິງ ຫວຽດນາມ ​ໄດ້​ສະ​ແດງ​ໃຫ້​ເຫັນ​ບົດບາດ​ຕັ້ງຫນ້າ​ໃນ​ການ​ເຄື່ອນ​ໄຫວ​ສະພາ​ແຫ່ງ​ຊາດ ​ແລະ ປະກອບສ່ວນ​ສຳຄັນ​ໃນ​ວິວັດທະນາ​ການ​ສ້າງສາ, ປົກ​ປັກ​ຮັກສາ ​ແລະ ພັດທະນາ​ປະ​ເທດ​ຊາດ. ທ່ານ​ນາງ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຫວຽດນາມ Tong Thi Phong ​ເນັ້ນ​ຫນັກ​ວ່າ:

        “ຂ້າພະ​ເຈົ້າ​ປາດ​ຖະຫນາ​ວ່າ ຜ່ານ​ເວທີປາ​ໄສ​ຄັ້ງ​ນີ້, ບັນດາ ສສຊ ຍິງ ຈະ​ພ້ອມ​ກັນ​ແລກປ່ຽນ​ຄຳ​ເຫັນ, ​ແບ່ງປັນ​ບົດຮຽນ​ພຶດຕິ​ກຳ​ກ່ຽວ​ກັບ​ບົດບາດ​ຂອງ ສສຊ ​ໃນ​ການ​ຊຸກຍູ້​ຄວາມ​ສະ​ເໝີ​ພາບ​ລະຫວ່າງ​ຍິງ​ຊາຍ ພິ​ເສດ ​ແມ່ນ​ການ​ຊຸກຍູ້​ການ​ປະຕິບັດ​ຍຸດ​ທະ​ສາດ​ແຫ່ງ​ຊາດ​ກ່ຽວ​ກັບ​ຄວາມ​ສະ​ເຫມີ​ພາບ​ລະຫວ່າງ​ຍິງ​ຊາຍ, ​ເພີ່ມ​ທະວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງກັນ ​ແລະ​ກັນ, ປືກສາ​ຫາລື​ການ​ກຳນົດ​ທິດ​ຮ່ວມ​ມື​ໃນ​ໄລຍະ​ຈະ​ມາ​ເຖິງ, ຈາກ​ນັ້ນ ຍົກ​ສູງ​ບົດບາດ, ທີ່​ຕັ້ງ​ຂອງ​ບັນດາ ສສຊ ຍິງ​​ໃນ​ການ​ເຄື່ອນ​ໄຫວ​ຂອງ​ສະພາ​ແຫ່ງ​ຊາດ​ບັນດາ​ປະ​ເທດ​ອາ​ຊຽນ ຕາມ​ມະຕິ​ຂອງ AIPA ກວ່າ​ອີກ.”

ຂ່າວ/ບົດ​ອື່ນ