ທ່ານນາງ ຫວໍ​ທິ​ແອັງ​ຊວັນ ​ຮອງ​ປະ​ທານ​ປະ​ເທດ ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ຟ​ຼິ​ກາ​ໃຕ້ Paul Mashatile

(VOVWORLD) - ທ່ານຮອງປະທານາທິບໍດີ ອາບຟຼິກກາໃຕ້ ປາດຖະໜາກຢາກໃຫ້ ຫວຽດນາມ ໜູນຊ່ວຍເພີ່ມທະວີການພົວພັນຄູ່ຮ່ວມມື ກັບ ອາຊຽນ, ຢັ້ງຢືນວ່າ ອາບຟຼິກາໃຕ້ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ເພີ່ມທະວີການຮ່ວມມືກັບ ສະຫະພັນ ພາສີເຂດພາກໃຕ້ ອາບຟຼິກກາ.
ທ່ານນາງ ຫວໍ​ທິ​ແອັງ​ຊວັນ ​ຮອງ​ປະ​ທານ​ປະ​ເທດ ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ຟ​ຼິ​ກາ​ໃຕ້  Paul Mashatile - ảnh 1ການພົບປະລະຫວ່າງສອງຝ່າຍ (ພາບ: TTXVN)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ, ທ່ານຮອງປະທານາທິບໍດີ ສ. ອາຟຼິກາໃຕ້ Paul Mashatile ແລະ ພັນລະຍາ ໄດ້ໄປຢ້ຽມຢາມຫວຽດນາມ ຢ່າງເປັນທາງການໃນລະຫວ່າງວັນທີ 12 – 15 ທັນວາ. ຕອນເຊົ້າວັນທີ 14 ທັນວາ, ຢູ່ທຳນຽບປະທານປະເທດ, ພາຍຫຼັງພິທີຕ້ອນຮັບທ່ານນາງ ຫວໍທິແອັງຊວັນ ຮອງປະທານປະເທດ  ຫວຽດນາມ ໄດ້ພົບປະເຈລະຈາ ກັບທ່ານ ຮອງປະທານາທິບໍດີ ສ. ອາຟຼິກາໃຕ້ Paul Mashatile. ທີ່ການພົບປະເຈລະຈາ, ການນຳສອງທ່ານ ໄດ້ເຫັນດີເປັນເອກະພາບຊຸກຍູ້ການຮ່ວມມືໃນທຸກຊ່ອງທາງການຕ່າງປະເທດພັກ, ການທູດລັດ, ການພົວພັນແລກປ່ຽນປະຊາຊົນ, ເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂະແໜງການ, ທຸກຂັ້ນ… ທ່ານຮອງປະທານາທິບໍດີ ອາບຟຼິກກາໃຕ້ ປາດຖະໜາກຢາກໃຫ້ ຫວຽດນາມ ໜູນຊ່ວຍເພີ່ມທະວີການພົວພັນຄູ່ຮ່ວມມື ກັບ ອາຊຽນ, ຢັ້ງຢືນວ່າ ອາບຟຼິກາໃຕ້ ພ້ອມແລ້ວທີ່ຈະໜູນຊ່ວຍ ຫວຽດນາມ ເພີ່ມທະວີການຮ່ວມມືກັບ ສະຫະພັນ ພາສີເຂດພາກໃຕ້ ອາບຟຼິກກາ. ສ່ວນທ່ານນາງ ຫວໍທິແອັງຊວັນ ໄດ້ສະເໜີສອງຝ່າຍສົມທົບກັນຄົ້ນຄ້ວາ, ຊຸກຍູ້ການເຈລະຈາສ້າງບັນດາຂອບເຂດການຮ່ວມມືກ່ຽວກັບການຄ້າ, ການລົງທຶນສອງຝ່າຍ, ສູ້ຊົນນຳວົງເງິນການຄ້າສອງປະເທດຂຶ້ນເຖິງ 2 ຕື້ USD ໃນໄລຍະຈະມາເຖິງ, ສົ່ງເສີມການລົງທຶນເຂົ້າຕະຫຼາດຂອງກັນ ໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື: ພັດທະນາລົດໄຟຟ້າ, ຖ່ານລົດໄຟຟ້າ, ການຢາ, ວັດຖຸອຸປະກອນອຸດສາຫະກຳ; ເພີ່ມທະວີການຮ່ວມມືໃນບັນດາຂົງເຂດຄື: ການສຶກສາ, ກະສິກຳ, ບໍ່ແຮ່, ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ, ອະນຸລັກຮັກສາສັດປ່າ.

ສິ້ນສຸດການເຈລະຈາ, ທ່ານນາງ ຮອງປະທານປະເທດ ຫວຽດນາມ ຫວໍທິແອັງຊວັນ ແລະ ທ່ານຮອງປະທານາທິບໍດີ Paul Mashatile ໄດ້ພ້ອມກັນເປັນສັກຂີພິຍານພິທີມອບຮັບບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືລະຫວ່າງລັດຖະບານສອງປະເທດໃນຂົງເຂດສຶກສາຂັ້ນປະລິນຍາຕີ.

ທ່ານນາງ ຫວໍ​ທິ​ແອັງ​ຊວັນ ​ຮອງ​ປະ​ທານ​ປະ​ເທດ ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ອາ​ຟ​ຼິ​ກາ​ໃຕ້  Paul Mashatile - ảnh 2ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ຕ້ອນຮັບທ່ານຮອງປະທານາທິບໍດີສາທາລະນະລັດ ອາຟະລິກາ ໃຕ້ Paul Mashatile (ພາບ: TTXVN)

ຕອນບ່າຍໃນວັນດຽວກັນ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານາທິບໍດີສາທາລະນະລັດ ອາຟະລິກາ ໃຕ້ Paul Mashatile.ນະທີ່ນີ້, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ເນັ້ນໜັກວ່າ ຫວຽດນາມ ຖືເປັນສຳຄັນການພົວພັນຄູ່ຮ່ວມມືເພື່ອການຮ່ວມມື ແລະ ພັດທະນາກັບ ອາຟະລິກາໃຕ້ ແລະ ປາດຖະໜາວ່າ ສອງຝ່າຍຈະສືບຕໍ່ຍູ້ແຮງການຮ່ວມມື, ເຮັດໃຫ້ການພົວພັນລະຫວ່າງສອງປະເທດໃນທຸກຂົງເຂດເລິກເຊິ່ງຂຶ້ນຕື່ມ. ສ່ວນທ່ານຮອງປະທານາທິບໍດີ Paul Mashatile ຢັ້ງຢືນວ່າ ກອງປະຊຸມໃຫຍ່ພັກຊົນຊາດ ອາຟະລິກາ (ANC), ລັດ ແລະ ລັດຖະບານ ອາຟະລິກາໃຕ້ ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ