ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບປະທານາທິບໍດີ ແລະ ນາຍົກລັດຖະມົນຕີຮູງກາຣີ

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພົບປະກັບປະທານາທິບໍດີ ແລະ ນາຍົກລັດຖະມົນຕີຮູງກາຣີ - ảnh 1
ທ່ານ​ນາງ​ປະ​ທາ​ນ​ສ​ະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຮູງ​ກາ​ຣີ Asder Janos

(vovworld) – ຕອນ​ບ່າຍ​ວັນ​ທີ 10/4, ຢູ່ Budapest, ປະ​ເທດ ​ຮູງ​ກາ​ຣີ, ທ່ານ​ນາງ​ປະ​ທາ​ນ​ສ​ະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ໄດ້​ເຈ​ລະ​ຈາ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຮູງ​ກາ​ຣີ Asder Janos. ແຈ້ງ​​ໃຫ້​ຊາບກ່ຽວ​ກັບ​ໝາກ​ຜົນ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ 2 ປະ​ເທດ, ທ່ານ​ນາງ​ປະ​ທາ​ນ​ສ​ະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ເນັ້ນ​ໜັກ​ວ່າ: ຫວຽດ​ນາມ ແລະ ຮູງ​ກາ​ຣີ ມີ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີ​ງາມ. ຫວຽດ​ນາມ ຢັ້ງ​ຢືນ​ສະ​ໜັບ​ສະ​ໜູນ ຮູງ​ກາ​ຣີ ​ອອກສະ​ໝັກ​ເລືອກ​ຕັ້ງ​ເຂົ້າ​ສະ​ພາ​ສິດ​ທິ​ມະ​ນຸດ ສ​ປ​ຊ ອາ​ຍຸ​ການ 2017 – 2019. 2 ປະ​ເທດ​ປະ​ຕິ​ບັດ​ກົນ​ໄກ​ທາບ​ທາມ​ຄຳ​ເຫັນ ແລະ ສະ​ໜັບ​ສະ​ໜູນ​ເຊິ່ງ​ກັນ ແລະ ກັນ​ທີ່​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ ແລະ ອົງ​ການ​​ຈັດ​ຕັ້ງສາ​ກົນ. ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Asder Janos ຢັ້ງ​ຢືນ​ວ່າ ຍາມ​ໃດ​ຮູງ​ກາ​ຣີ ກໍ່​ຖື​ເປັນ​ສຳ​ຄັນ​ບົດ​ບາດ​ຂອງ​ປະ​ຊາ​ຄົມ​ຊາວ ຫວຽດ​ນາມ ແລະ ບັນ​ດາ​​ອະ​ດີດ​ນັກ​ຮຽນ​ຢູ່ ຮູງ​ກາ​ຣີ. ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຮູງ​ກາ​ຣີ Asder Janos ປາດ​ຖະ​ໜາ​ວ່າ ​ຊາວ ຫວຽດ​ນາມ ໄດ້ ແລະ ພວມ​ດ​ຳ​ລົງ​ຊີ​ວິດ, ຮ່ຳ​ຮຽນ​ຢູ່ ຮູງ​ກາ​ຣີ ສືບ​ຕໍ່​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ.

        ແລະ​ກໍ່​ໃນ​ຕອນ​ບ່າຍ​ວັນ​ດຽວ​ກັນ, ໃນ​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮູງ​ກາ​ຣີ Orban Viktor, ທ່ານ​ນາງ​ປະ​ທາ​ນ​ສ​ະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ ຊົມ​ເຊີຍ​ນະ​ໂຍ​ບາຍ​ຂອງ ຮູງ​ກາ​ຣີ ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ເສດ​ຖະ​ກິດ 2 ປະ​ເທດ, ໃນ​ນັ້ນ​ມີ​ການ​ເຊັນ​ສັນ​ຍາ​ແມ່​ກ່ຽວ​ກັບ​ການ​ຮ່ວມ​ມື​​ຊ່ວຍ​ເຫຼືອ​ບ້ວງສິນ​ເຊື່ອ​ທີ່​ມີ​ມູນ​ຄ່າ 440 ລ້ານ​ເອີ​ໂຣ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Orban Viktor ໃຫ້​ຮູ້​ວ່າ ຮູງ​ກາ​ຣີ ຖື ຫວຽດ​ນາມ ແມ່ນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ໃນ​ພາກ​ພື້ນ ອາ​ຊີຕາ​ເວັນ​ອອກ​ສ່ຽງ​ໃຕ້. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຮູງ​ກາ​ຣີ Orban Viktor ​ມີ​ຄວາມ​ຍິນ​ດີຮັບ​ຄຳ​ເຊີນ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ຊວນ​ຟຸກ, ໃນ​ປີນີ້ຈະ​ມ​າ​ຢ້ຽມ​ຢາມ ຫວຽດ​ນາມ.

                                                       


ຕອບກັບ

ຂ່າວ/ບົດ​ອື່ນ