ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີປິດກອງປະຊຸມປະຈຳປີ ເວທີປາໄສລັດຖະສະພາອາຊີ - ປາຊີຟິກ ຄັ້ງທີ 27

(VOVWORLD) -ກອງປະຊຸມໄດ້ຮັບຮອງເອົາ ມະຕິ 14 ສະບັບ ບົນພື້ນຖານ ຮ່າງມະຕິ 43 ສະບັບ ໂດຍບັນດາປະເທດສະມາຊິກສະເໜີ ແລະ ແຈ້ງການຮ່ວມ ສຽມຣຽບ 2019 ຂອງກອງປະຊຸມປະຈຳປີ ຄັ້ງທີ 27 ຂອງເວທີປາໄສລັດຖະສະພາອາຊີ - ປາຊີຟິກ.

ວັນທີ 16 ມັງກອນ, ທີ່ນະຄອນ ສຽມຣຽບ, ລາຊະອານາຈັກ ກຳປູເຈຍ, ກອງປະຊຸມປະຈຳປີຄັ້ງທີ 27 ຂອງເວທີປາໄສລັດຖະສະພາ ອາຊີ - ປາຊີຟິກ (APPF – 27) ໄດ້ປິດລົງ ພາຍຫຼັງການເຮັດວຽກເປັນເວລາສາມວັນ. ພິທີປິດໄດ້ດຳເນີນພາຍໃຕ້ການເປັນປະທານຂອງທ່ານປະທານສະພາແຫ່ງຊາດ ກຳປູເຈຍ Heng Samrin, ປະທານ APPF-27. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກໍ່ໄດ້ເຂົ້າຮ່ວມພິທີດັ່ງກ່າວ.

ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີປິດກອງປະຊຸມປະຈຳປີ ເວທີປາໄສລັດຖະສະພາອາຊີ - ປາຊີຟິກ ຄັ້ງທີ 27 - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ເຂົ້າຮ່ວມພິທີປິດກອງປະຊຸມປະຈຳປີ ເວທີປາໄສລັດຖະສະພາອາຊີ - ປາຊີຟິກ ຄັ້ງທີ 27

ກອງປະຊຸມໄດ້ຮັບຮອງເອົາ ມະຕິ 14 ສະບັບ ບົນພື້ນຖານ ຮ່າງມະຕິ 43 ສະບັບ ໂດຍບັນດາປະເທດສະມາຊິກສະເໜີ ແລະ ແຈ້ງການຮ່ວມ ສຽມຣຽບ 2019 ຂອງກອງປະຊຸມປະຈຳປີ ຄັ້ງທີ 27 ຂອງເວທີປາໄສລັດຖະສະພາອາຊີ - ປາຊີຟິກ.

ກ່າວຄຳເຫັນທີ່ພິທີປິດກອງປະຊຸມ, ປະທານ APPF-27, ປະທານສະພາແຫ່ງຊາດ ກຳປູເຈຍ Heng Samrin ຢັ້ງຢືນວ່າກອງປະຊຸມປະຈຳປີ ຄັ້ງທີ 27 ຂອງເວທີປາໄສລັດຖະສະພາອາຊີ - ປາຊີຟິກ ໄດ້ປະສົບຜົນສຳເລັດຢ່າງຈົບງາມ; ພ້ອມທັງເຊື່ອໝັ້ນວ່າ ໝາກຜົນຂອງ APPF-27 ຈະຊ່ວຍແກ້ໄຂບັນດາສິ່ງທ້າທາຍລວມ, ຮັກສາສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາແບບຍືນຍົງໃນພາກພື້ນ ແລະ ໃນໂລກ.

ທີ່ພິທີປິດ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ພ້ອມດ້ວຍບັນດາຫົວໜ້າຄະນະເຂົ້າຮ່ວມໄດ້ພ້ອມກັນລົງນາມໃນແຈ້ງການຮ່ວມ ແລະ ເປັນເອກະພາບມອບສົ່ງຕຳແໜ່ງປະທານໝູນວຽນ APPF ໃຫ້ແກ່ສະພາແຫ່ງຊາດ ອົດສະຕາລີ.

ຕອນຄ່ຳວັນທີ 16 ມັງກອນ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ເດີນທາງມາຮອດ ຮ່າໂນ້ຍ ສິ້ນສຸດການຢ້ຽມຢາມ ແລະ ເຂົ້າຮ່ວມກອງປະຊຸມປະຈຳປີຄັ້ງທີ 27 ເວທີປາໄສລັດຖະສະພາອາຊີ - ປາຊີຟິກ (APPF-27) ທີ່ສຽມຣຽບ, ກຳປູເຈຍ ຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ