ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບຫົວໜ້າຄະນະສະມາຊິກລັດຖະສະພາ ຍີ່ປຸ່ນ

(VOVWORLD) - ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ມີຄວາມປາດຖະໜາ ແລະ ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບສະພາແຫ່ງຊາດ ຍີ່ປຸ່ນ ເພື່ອໜູນຊ່ວຍ ແລະ ຊຸກຍູ້ການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ.
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຕ້ອນຮັບຫົວໜ້າຄະນະສະມາຊິກລັດຖະສະພາ ຍີ່ປຸ່ນ - ảnh 1 ທີ່ການຕ້ອນຮັບ

ໃນຂອບເຂດກອງປະຊຸມ APPF – 26, ຕອນເຊົ້າວັນທີ 19 ມັງກອນ, ທີ່ຮ່າໂນ້ຍ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ Takuji Yanagimoto, ສະມາຊິກສະພາສູງ, ຫົວໜ້າຄະນະຜູ້ແທນສະພາສູງ ແລະ ສະພາຕ່ຳ ຍີ່ປຸ່ນ. ທີ່ການຕ້ອນຮັບ, ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຕີລາຄາສູງບັນດາການເຄື່ອນໄຫວຕັ້ງໜ້າລະຫວ່າງບັນດາອົງການຂອງສະພາແຫ່ງຊາດ 2 ປະເທດ, 2 ກຸ່ມສະມາຊິກລັດຖະສະພາມິດຕະພາບ, ລະຫວ່າງບັນດາສະມາຊິກລັດຖະສະພາ, ພິເສດແມ່ນບັນດາສະມາຊິກລັດຖະສະພາໜຸ່ມ.

        ສະພາແຫ່ງຊາດ ຫວຽດນາມ ຍາມໃດກໍ່ມີຄວາມປາດຖະໜາ ແລະ ພ້ອມແລ້ວທີ່ຈະຮ່ວມມືຢ່າງແໜ້ນແຟ້ນກັບສະພາແຫ່ງຊາດ ຍີ່ປຸ່ນ ເພື່ອໜູນຊ່ວຍ ແລະ ຊຸກຍູ້ການພັດທະນາສາຍພົວພັນຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ.

        ສ່ວນທ່ານ Takuji Yanagimoto, ສະມາຊິກສະພາສູງ, ຫົວໜ້າຄະນະຜູ້ແທນສະພາສູງ ແລະ ສະພາຕ່ຳ ຍີ່ປຸ່ນ ໃຫ້ຮູ້ວ່າ: ດ້ວຍຖານະເປັນຫົວໜ້າຄະນະຜູ້ແທນສະພາແຫ່ງຊາດ ຍີ່ປຸ່ນ, ທ່ານຈະມີບັນດາການປະກອບສ່ວນເຂົ້າໃນຜົນສຳເລັດລວມຂອງກອງປະຊຸມ; ພ້ອມທັງ ອວຍພອນໃຫ້ສະພາແຫ່ງຊາດ ຫວຽດນາມ ຈັດຕັ້ງກອງປະຊຸມ APPF – 26 ປະສົບຜົນສຳເລັດຢ່າງຈົບງາມ.

ຕອບກັບ

ຂ່າວ/ບົດ​ອື່ນ