ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະສັງສັນກັບກົມໃຫຍ່ພາສີໃນຕົ້ນປີໃໝ່

(VOVWORLD) -ທ່ານນາງປະທານສະພາແຫ່ງຊາດຫວັງວ່າ ຂະແໜງພາສີຈະເອົາໃຈໃສ່ເປັນພິເສດໃນການປະຕິບັດບັນດາໜ້າທີ່ຈຸດສຸມກວ່າອີກ, ພິເສດແມ່ນຕ້ອງສູ້ຊົນປະຕິບັດແຜນການເກັບງົບປະມານ ໃນປີ 2019 ໃຫ້ສຳເລັດໂດຍສະພາແຫ່ງຊາດມອບໝາຍໃຫ້. 
ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ພົບປະສັງສັນກັບກົມໃຫຍ່ພາສີໃນຕົ້ນປີໃໝ່ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນໄປຢ້ຽມຢາມແລະອວຍພອນປີໃໝ່ກົມໃຫຍ່ພາສີ 

ກ່າວຄຳເຫັນຕໍ່ການນຳ, ພະນັກງານ, ພະລາກອນ ກົມໃຫຍ່ພາສີ ໃນຕອນບ່າຍວັນທີ 11 ກຸມພາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ສະແດງຄວາມພາກພູມໃຈຕໍ່ບັນດາຜົນງານທີ່ບັນລຸໄດ້ໃນການຕ້ານການຄ້າເຖື່ອນ, ສໍ້ໂກງໃນການຄ້າ  ຂອງບັນດາເຈົ້າໜ້າທີ່ພາສີ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ກໍຖືວ່າເລື່ອງຜັນຂະຫຍາຍລະບົບການຄຸ້ມຄອງພາສີແບບອັດຕະໂນມັດໄດ້ຊ່ວຍຫຼຸດຜ່ອນເວລາ, ຄ່າໃຊ້ຈ່າຍຂອງວິສາຫະກິດໃນການປະຕິບັດລະບຽບການຕິດຕາມກວດກາສິນຄ້າ. ທ່ານນາງປະທານສະພາແຫ່ງຊາດຫວັງວ່າ ຂະແໜງພາສີຈະເອົາໃຈໃສ່ເປັນພິເສດໃນການປະຕິບັດບັນດາໜ້າທີ່ຈຸດສຸມກວ່າອີກ, ພິເສດແມ່ນຕ້ອງສູ້ຊົນປະຕິບັດແຜນການເກັບງົບປະມານ ໃນປີ 2019 ໃຫ້ສຳເລັດໂດຍສະພາແຫ່ງຊາດມອບໝາຍໃຫ້, ຍູ້ແຮງການປະຕິຮູບລະບຽບການເກັບພາສີຕາມທິດ ງ່າຍດາຍ, ໂປ່ງໃສ ແລະ ເໝາະສົມກັບບັນດາ ມາດຕະຖານສາກົນກ່ຽວກັບພາສີ.

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຍັງສະເໜີໃຫ້ກົມໃຫຍ່ພາສີຕ້ອງຍູ້ແຮງວຽກງານຄວບຄຸມກວດກາ ການຕ້ານການຄ້າເຖື່ອນ, ສໍ້ໂກງໃນການຄ້າ, ເປັນເຈົ້າການໃນການຄົ້ົ້ນພົບ, ແກ້ໄຂບັນດາຄວາມຜິດພາດຂອງພະນັກງານ, ພາລະກອນຢ່າງເຄັ່ງຂັດເພື່ອຮັກສາຄວາມໄວ້ເນື້ອເຊື່ອໃຈຂອງວິສາຫະກິດ ແລະປະຊາຄົມໃນສັງຄົມໃຫ້ໝັ້ນຄົງ. ນີ້ແມ່ນໂອກາດ ແລະກໍ່ແມ່ນສິ່ງທ້າທາຍສຳລັບຂະແໜງພາສີ ຫວຽດນາມ, ກຳນົດເປົ້າໝາຍສູ້ຊົນໃຫ້ແກ່ພາລະກິດການປະຕິຮູບຫັນເປັນທັນສະໄໝຂອງຂະແໜງພາສີ ຫວຽດນາມ ໃນຊຸມປີຈະມາເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ