ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​ຕ້ອນ​ຮັບ​ທ່ານ Ogawa Toshio ຮອງ​ປະ​ທານ​ສະ​ພາ​ສູງ ຍີ່​ປຸ່ນ

(VOVWORLD) -ທ່ານ Ogawa Toshio ຮອງປະທານສະພາສູງ ຍີ່ປຸ່ນ ໄດ້ຢັ້ງຢືນວ່າ ການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມຂອງຄະນະສະມາຊິກສະພາສູງຍີ່ປຸ່ນໃນຄັ້ງນີ້ມີປະສິດທິຜົນສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພົວພັນລະຫວ່າງສອງສະພາແຫ່ງຊາດ ແລະ ສອງປະເທດ.

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ​ຕ້ອນ​ຮັບ​ທ່ານ Ogawa Toshio ຮອງ​ປະ​ທານ​ສະ​ພາ​ສູງ ຍີ່​ປຸ່ນ - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມຕ້ອນຮັບທ່ານ Ogawa Toshio ຮອງປະທານສະພາສູງ ຍີ່ປຸ່ນ

(ພາບ: TTXVN) 

ຕອນບ່າຍວັນທີ 19 ທັນວາ, ທີ່ການຕ້ອນຮັບທ່ານ Ogawa Toshio ຮອງປະທານສະພາສູງ ຍີ່ປຸ່ນ ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນທີ່ສຸດການພົວພັນ ຄູ່ຮ່ວມມືຍຸດທະສາດຢ່າງເລິກເຊິ່ງກ້ວາງຂວາງ ເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ອາຊີ” ກັບຍີ່ປຸ່ນ, ພ້ອມທັງປາດຖະໜາວ່າ ສະພາສູງຍີ່ປຸ່ນ ຈະສະໜັບສະໜູນເລື່ອງສົ່ງເສີມວິສາຫະກິດຍີ່ປຸ່ນເພີ່ມທະວີການມາລົງທຶນຢູ່ ຫວຽດນາມ, ສ້າງເງື່ອນໄຂສະດວກເພື່ອໃຫ້ບັນດາບໍລິສັດ ຫວຽດນາມເຂົ້າຮ່ວມລະບົບບັນດານັກສະໜອງ, ຖ່າຍທອດເຕັກໂນໂລຢີອຸດສາຫະກຳ, ເພີ່ມທະວີການລົງທຶນເຂົ້າຂົງເຂດກະສິກຳທີ່ນຳໃຊ້ເຕັກໂນໂລຢີສູງ, ອຸດສາຫະກຳໜູນຊ່ວຍ, ຊຸກຍູ້ການແລກປ່ຽນພົວພັນ ວັດທະນະທຳ, ການຮ່ວມມືຂັ້ນທ້ອງຖິ່ນ, ຮ່ວມມືພັດທະນາແຫຼ່ງຊັບພະຍາກອນມະນຸດ, ເອົາໃຈໃສ່ສ້າງເງື່ອນໄຂສະດວກໃຫ້ຊາວຫວຽດນາມອາໄຊ, ຮ່ຳຮຽນ ແລະ ອອກແຮງງານຢູ່ ຍີ່ປຸ່ນ.

        ສ່ວນທ່ານ Ogawa Toshio ຮອງປະທານສະພາສູງ ຍີ່ປຸ່ນ ໄດ້ຢັ້ງຢືນວ່າ ການຢ້ຽມຢາມ ແລະ ເຮັດວຽກ ຢູ່ ຫວຽດນາມຂອງຄະນະສະມາຊິກສະພາສູງຍີ່ປຸ່ນໃນຄັ້ງນີ້ມີປະສິດທິຜົນສູງ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພົວພັນລະຫວ່າງສອງສະພາແຫ່ງຊາດ ແລະ ສອງປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ