ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ:ຍົກສູງຄຸນນະພາບບຳລຸງສ້າງຢູ່ມະຫາວິທະຍາໄລສ້າງຄູເຕັກນິກຫວີງລອງ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກີມເງິນ:ຍົກສູງຄຸນນະພາບບຳລຸງສ້າງຢູ່ມະຫາວິທະຍາໄລສ້າງຄູເຕັກນິກຫວີງລອງ - ảnh 1
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິກ​ີມ​ເງິນ
ຢ້​ຽມ​ຢາມ​ແຂວງ ຫວີງ​ລອງ

(vovworld)- ຕອ​ນ​ບ່າຍ​ວັນ​ທີ 6/8, ຢູ່ ແຂວງ ຫວີງ​ລອງ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິກ​ີມ​ເງິນ ໄດ້​ໄປຢ​້ຽມ​ຢາມ ແລະ ເຮັດ​ວຽກ​ຢູ່ ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ເຕັກ​ນິກ ຫວີງ​ລອງ. ໂຮງ​ຮຽນ​ແຫ່ງນີ້​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ໂຮ​ງ​ຮຽນ​ຈຸດ​ສຸມ​ກ່ຽວ​ກັບ​ການ​ສອນ​ວິ​ຊາ​ຊີບ​ຂອງ​ທົ່ວ​ປະ​ເທດ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ນາງ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ໄດ້​ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ ປະ​ຈຸ​ບັນ ຖັນ​ແຖວ​ພະ​ນັກ​ງານ​ຄຸ້ມ​ຄອງ, ພື້ນ​ຖານ​ໂຄງ​ລ່າງ​ຂອງ​ໂຮງ​ຮຽ​ນ​ໄດ້​ຮັບ​ການ​ລົງ​ທຶນ​ຢ່າງ​ທັນ​ສະ​ໄຫມ. ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສະ​ເຫນີ: ມະ​ຫາ​ວິ​ທະ​ຍາ​ໄລ​ສ້າງ​ຄູ​ເຕັກ​ນິກ ຫວີງ​ລອງ ສືບ​ຕໍ່​ມານ​ະ​ພະ​ຍາ​ຍາມກວ່າ​ອີກ​ເພື່ອ​ປະ​ກອບ​ສ່ວນ​ສ້າງ​ແຫລ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດມ​ີ​ຄຸນ​ນະ​ພາບ​ສູງ​ໃຫ້​ແກ່​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ​ເວົ້າ​ສະ​ເພາະ ແລະ ຮັບ​ໃຊ້​ພາ​ລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ ແລະ ທັນ​ສະ​ໄຫມ ເວົ້າ​ລວມ.

ຕອບກັບ

ຂ່າວ/ບົດ​ອື່ນ