ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນເລີ່ມຕົ້ນການຢ້ຽມຢາມສ.ອິນເດຍຢ່າງເປັນທາງການ

ທ່ານນາງປະທານສະພາແຫ່ງຊາດຫງວຽນທິກິມເງິນເລີ່ມຕົ້ນການຢ້ຽມຢາມສ.ອິນເດຍຢ່າງເປັນທາງການ - ảnh 1
(ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກິມ​ເງິນ
​ຢ້ຽ​ມ​ຢາມ​ສະ​ຖານ​ທູດ​ຫວຽດ​ນາມ)


(vovworld) - ​​ວັນ​ທີ 08/12, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ແລະ ຄະ​ນະ​ຜູ້​ແທນຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ໄປ​ຮອດ​ສະ​ໜາມ​ບິນ​ການ​ທະ​ຫານ Palam ຢູ່​ນະ​ຄອນ​ຫຼວງ New Delhi, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ​ສ.ອິນ​ເດຍ ຢ່າງ​ເປັນ​ທາງ​ການ, ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານສະ​ພາ​ສູງ​ສ.ອິ​ນ​ເດີຍ Mohammad Hamid Ansrin ແລະ ທ່ານ​ປະ​ທານ​ສະ​ພາ​ຕ່ຳ​ສ.ອິນ​ເດຍ Sumitra Mahajan.

        ຕອນ​ຄ່ຳ​ວັນ​ທີ 08/12, ຢູ່​ນະ​ຄອນ​ຫຼວງ New Delhi, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ແລະ ຄະ​ນະ​ຜູ້​ແທນຂັ້ນ​ສູງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ໄດ້​ໄປ​ຢ້ຽ​ມ​ຢາມ​ສະ​ຖານ​ທູດ​ຫວຽດ​ນາມ, ພົບ​ປະ​ກັບກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອິນ​ເດຍ. ທີ່​ການ​ພົບ​ປະ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ ​ ຢືນ​ຢັນ​ນະ​ໂຍ​ບາຍ​ມະ​ຫາ​ສາ​ມັກ​ຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຂອງ​ພັກ ແລະ ລັດ ແມ່ນ​ຍາມ​ໃດ​ກໍ່​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່​ອ​ໃຫ້​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດ​ດຳ​ລົງ​ຊີ​ວິດ​ຢ່າງ​ໝັ້ນ​ຄົງ, ເຊື່ອມ​ໂຍງ​ເຂົ້າ​ປະ​ເທດ​ປະ​ຈຳ​ຖິ່ນ, ຊ່ວຍ​ປະ​ຊາ​ຄົມ​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ສີ​ສັນ​ວັດ​ທະ​ນະ​ທຳ​ຂອງ​ຊາດ, ອ່ວຍ​ເມືອ​ຫາ​ບ້ານ​ເກີດ​ເມືອງນອນ.

        ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ກໍ​ຕີ​ລາ​ຄາ​ສູງ​​ບັນ​ດາ​ການ​ປະ​ກອບ​ສ່ວນ​ຂອງ​ສະ​ຖານ​ທູດ​ຫວຽດ​ນາມ ປະ​ຈຳ New Delhi ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ຫຼາຍ​ດ້​ານ​ລະ​ຫວ່າງ​ຫວຽດ​ນາມ - ອິນ​ເດຍ. ທ່ານ​ນາງປະ​ທານ​ສະ​ພາ​ແຫ່ງ​ຊາດ ຢືນ​ຢັນ​ວ່າ, ຍາມ​ໃດ​ພັກ, ລັດ ແລະ ສະ​ພາ​ແຫ່ງ​ຊາດກໍ່​ເອົາ​ໃຈ​ໃສ່, ສະ​ໜັບ​ສະ​ໜູນ ແລະ ສ້າງ​ເງື່ອນ​ໄຂ​ເພືຶ່ອ​ໃຫ້​ບັນ​ດາ​ອົງ​ການ​ຕາງ​ໜ້າ​ຂອງ​ຫວຽດ​ນາມ ປະ​ຈຳ​ຕ່າງ​ປະ​ເທດ​ເຄື່ອນ​ໄຫວ​ຢ່າງ​ສະ​ດວກ​ທີ່​ສຸດ, ປະ​ກອ​ບ​ສ່ວນ​ຮັບ​ໃຊ້ປະ​ພາ​ລະ​ກິດ​ປົກ​ປັກ​ຮັກ​ສາ, ສ້າງສາ​ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ