ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບອົງການໄອຍະການສູງສຸດ ສ.ເກົາຫຼີີ

(VOVWORLD) -ເລື່ອງລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືໄລຍະ 2019 – 2022 ລະຫວ່າງອົງການໄອຍະການສູງສຸດຫວຽດນາມ ແລະ ອົງການໄອຍະການໄອຍະການສູງສຸດ ສ.ເກົາຫຼີ ແມ່ນພື້ນຖານທີ່ສໍາຄັນ ເພື່ອໃຫ້ສອງຝ່າຍສືບຕໍ່ດໍາເນີນບັນດາການເຄື່ອນໄຫວຮ່ວມມືໃນໄລຍະຈະມາເຖິງ
ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບອົງການໄອຍະການສູງສຸດ ສ.ເກົາຫຼີີ - ảnh 1ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ຕ້ອນຮັບທ່ານ Mun Mo – il ຫົວໜ້າອົງການໄອຍະການສູງສຸດ ສ.ເກົາຫຼີ 

 ຕອນເຊົ້າວັນທີ 29 ມັງກອນ, ຢູ່ສໍານັກງານສະພາແຫ່ງຊາດຫວຽດນາມ ທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບທ່ານ Mun Mo – il ຫົວໜ້າອົງການໄອຍະການສູງສຸດ ສ.ເກົາຫຼີ ພວມຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ ຕາມຄໍາເຊີນຂອງອົງການໄອຍະການສູງສຸດຫວຽດນາມ. ນະທີ່ນີ້, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ໄດ້ຕີລາຄາສູງໝາກຜົນການເຈລະຈາ ລະຫວ່າງ ທ່ານຫົວໜ້າອົງການໄອຍະການ ສ.ເກົາຫຼີ ແລະ ຫົວໜ້າອົງການໄອຍະການສູງສຸດຫວຽດນາມ ເລມິນຈີ໊. ເລື່ອງລົງນາມໃນບົດບັນທຶກຊ່ວຍຈໍາວ່າດ້ວຍການຮ່ວມມືໄລຍະ 2019 – 2022 ລະຫວ່າງອົງການໄອຍະການສູງສຸດຫວຽດນາມ ແລະ ອົງການໄອຍະການໄອຍະການສູງສຸດ ສ.ເກົາຫຼີ ແມ່ນພື້ນຖານທີ່ສໍາຄັນ ເພື່ອໃຫ້ສອງຝ່າຍສືບຕໍ່ດໍາເນີນບັນດາການເຄື່ອນໄຫວຮ່ວມມືໃນໄລຍະຈະມາເຖິງ; ພ້ອມທັງປາດຖະໜາວ່າ ບົດບັນທຶກຊ່ວຍຈໍາ ຈະຜັນຂະຫຍາຍໂດຍໄວ.

        ທ່ານຫົວໜ້າອົງການໄອຍະການສູງສຸດ ສ.ເກົາຫຼີ Mun Mo – il ສະເໜີວ່າ ສອງຝ່າຍ ຈະສືບຕໍ່ຮັກສາການພົບປະແລກປ່ຽນຂັ້ນຕ່າງໆເປັນປະຈໍາ ເພື່ອເພີ່ມທະວີການພົວພັນຮ່ວມມືມິດຕະພາບ, ມີຄວາມເຂົ້າໃຈເຊິ່ງກັນແລະກັນ, ແບ່ງປັນບົດຮຽນໃນວຽກງານດ້ານວິຊາການ ແລະ ຮັບໃຊ້ປະຊາຊົນໃຫ້ດີີກວ່່າເກົ່່າ.

ຕອບກັບ

ຂ່າວ/ບົດ​ອື່ນ