ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນທິກິມ​ເງິນ ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ​ສະຫະ​ພັນ​ລັດ​ເຊຍ

(VOVWORLD) -        ເນື່ອງໃນໂອກາດຢ້ຽມຢາມລັດເຊຍ ຢ່າງເປັນທາງການ, ຕາມຄໍາເຊີນຂອງທ່ານປະທານສະພາສະຫະພັນລັດເຊຍ, ວັນທີ 11 ທັນວາ, ຢູ່ສໍານັກງານສະພາສະຫະພັນລັດເຊຍ (ສະພາສູງ), Valentina Matvienko, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ເຂົ້າຮ່ວມ ແລະ ມີບົດກ່າວປາໄສສໍາຄັນ ຕໍ່ບັນດາສະມາຊິກສະພາສະຫະພັນລັດເຊຍ.
ທ່ານ​ນາງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນທິກິມ​ເງິນ ​ເຂົ້າ​ຮ່ວມ​ວາລະ​ປະຊຸມ​ຄົບ​ຄະນະ​ຂອງ​ສະພາ​ສະຫະ​ພັນ​ລັດ​ເຊຍ - ảnh 1 ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ກ່າວຄໍາເຫັນທີ່ວາລະປະຊຸມ (ພາບ: quochoi.vn)

        ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຢັ້ງຢືນວ່າ ການຮ່ວມມືລະຫວ່າງສະພາແຫ່ງຊາດຫວຽດນາມ ແລະ ສະພາແຫ່ງຊາດສະຫະພັນລັດເຊຍ ໄດ້ຮັບການປັບປຸງ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ; ພ້ອມທັງເຊື່ອໝັ້ນວ່າ ໃນການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່່າງ ລັດເຊຍ - ຫວຽດນາມ, ສະພາແຫ່ງຊາດສອງປະເທດ ຈະສືບຕໍ່ສວມບົດບາດສໍາຄັນໃນການກໍ່ສ້າງກອບນິຕິກໍາທີ່ອຳນວຍຄວາມສະດວກ, ເພີ່ມທະວີການຕິດຕາມກວດກາ, ຊຸກຍູ້ການຜັນຂະຫຍາຍບັນດາຂໍ້ຕົກລົງ ແລະ ໂຄງການຮ່ວມມື, ພ້ອມກັນນັ້ນ ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສລະຫວ່າງລັດຖະສະພາສາກົນ.

        ຫວຽດນາມ ຕີລາຄາສູງຕໍ່ຫຼັກໝັ້ນຂອງ ລັດເຊຍ ກ່ຽວກັບທະເລຕາເວັນອອກ ແລະ ປາດຖະໜາວ່າ ສະຫະພັນລັດເຊຍ, ສະພາແຫ່ງຊາດ ລັດເຊຍ ຈະສືບຕໍ່ສະໜັບສະໜູນການເຄົາລົບກົດໝາຍສາກົນ, ບໍ່ຮັບຮູ້ການກະທໍາກໍ່ຄວາມເຄັ່ງຕຶງ, ເຮັດໃຫ້ຫຼຸດຜ່ອນຄວາມໄວ້ເນື້ອເຊື່ອໃຈ ແລະ ນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງຂອງພາກພື້ນ.

        ທ່ານນາງ ຫງວຽນທິກິມເງິນ ກໍຢັ້ງຢືນວ່າ ດ້ວຍບົດບາດເປັນ ປະທານ ອາຊຽນ ແລະ ສະມັດຊາ ລັດຖະສະພາລະຫວ່າງຊາດອາຊຽນ (AIPA) ໃນປີ 2020, ຫວຽດນາມ ຈະສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງຫວຽດນາມ ແລະ ລັດເຊຍໃຫ້ຫຼາຍກວ່າອີກ, ມີສຽງເວົ້າ ແລະ ຍົກສູງທີ່ຕັ້ງບົດບາດຂອງ ລັດເຊຍ ໃນພາກພື້ນ. ຫວຽດນາມ ຈະສືບຕໍ່ສົມທົບກັບລັດເຊຍຢ່າງແໜ້ນແຟ້ນ ໃນຖານະເປັນກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ອາຍຸການ 2020 – 2021.

        ບົດກ່າວປາໄສຂອງທ່ານປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ໄດ້ຮັບການແບ່ງປັນ ແລະ ຕີລາຄາສູງຈາກບັນດາສະມາຊິກສະພາສະຫະພັນລັດເຊຍ. 

ຕອບກັບ

ຂ່າວ/ບົດ​ອື່ນ