ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບການນຳ, ອະດີດການນຳ IPU

(VOVWORLD) - ຕອນບ່າຍວັນທີ 19 ມັງກອນ, ຢູ່ຫໍສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ ໄດ້ໃຫ້ການຕ້ອນຮັບ ທ່ານນາງ Gabriela Cuevas Barron ປະທານສະຫະພັນລັດຖະສະພາສາກົນ (IPU)

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບການນຳ, ອະດີດການນຳ IPU - ảnh 1 (ທ່ານນາງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ

ຕ້ອນຮັບ ທ່ານນາງ Gabriela Cuevas Barron)

ທ່ານ Saber Chowdhury ອະດີດປະທານ IPU ພ້ອມດ້ວຍພັນລະຍາ ແລະ ທ່ານ Martin Chungong ເລຂາທິການໃຫຍ່ IPU. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ສະແດງຄວາມປິຕິຊົມຊື່ນເມື່ອໄດ້ພົບປະ ແລະ ຂອບໃຈການນຳ, ອະດີດການນຳ IPU ໄດ້ຮັບຄຳເຊີນເຂົ້າຮ່ວມ APPF-26 ຢູ່ຫວຽດນາມ. ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ຕີລາຄາສູງຕໍ່ຄຳເຫັນຂອງທ່ານນາງປະທານ IPU  ແລະ ອະດີດປະທານ IPU ໃນວາລະໄຂກອງປະຊຸມ ແລະ ວາລະກອງປະຊຸມຄົບຄະນະຂອງ APPF-26, ດ້ວຍການຍົກອອກບັນດາສານຢ່າງຈະແຈ້ງທີ່ສຸດ ກ່ຽວກັບໜ້າທີ່ຂອງບັນດາລັດຖະສະພາສະມາຊິກຕ້ອງຮ່ວມມືກັນ ເພື່ອບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ. ທ່ານນາງປະທານ IPU Gabriela Cuevas Barron ຖືວ່າ: ຄະນະສະມາຊິກສະພາແຫ່ງຊາດຫວຽດນາມ ຍາມໃດກໍ່ຂະຫຍັນຂັນເຄື່ອນເຂົ້າຮ່ວມບັນດາເຫດການ, ການເຄື່ອນໄຫວໂດຍ IPU ຈັດຕັ້ງທີ່ສຸດ, ທ່ານນາງປະທານ IPU ປາດຖະໜາຢາກໃຫ້ ສະພາແຫ່ງຊາດຫວຽດນາມ ເຂົ້າຮ່ວມບັນດາເວທີປາໄສຂອງ IPU ໃຫ້ຫຼາຍກວ່າອີກ. ທ່ານນາງປະທານ IPU ຕີລາຄາສູງເລື່ອງສະພາແຫ່ງຊາດຫວຽດນາມ ຈັດຕັ້ງ IPU-32 ສຳເລັດ ແລະ ອອກຖະແຫຼງການຮ່າໂນ້ຍ ດ້ວຍຫົວຂໍ້ວ່າ “ ບັນດາເປົ້າໝາຍພັດທະນາແບບຍືນຍົງ: ຫັນຄຳເວົ້າເປັນການກະທຳ ”. ຫົວຂໍ້ດັ່ງກ່າວນີ້ກໍ່ແມ່ນສິ່ງທີ່ IPU ມຸ່ງໄປເຖິງ.

        ແລະກໍ່ໃນຕອນບ່າຍຂອງວັນດຽວກັນ, ຢູ່ຫໍສະພາແຫ່ງຊາດຫວຽດນາມ ໄດ້ດຳເນີນພິທີປະດັບຫຼຽນໄຊມິດຕະພາບຂອງ ປະເທດສາທາລະນະລັດ ສັງຄົມນິຍົມ ຫວຽດນາມໃຫ້ ອະດີດ ປະທານສະຫະພັນລັດຖະສະພາສາກົນ  Saber Chowdhury ແລະ ທ່ານເລຂາທິການໃຫຍ່ Martin Chungong, ຍ້ອນມີບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ໃນການເພີ່ມທະວີການພົວພັນມິດຕະພາບ, ການຮ່ວມມື ລະຫວ່າງ ສະພາແຫ່ງຊາດຫວຽດນາມ ແລະ ສະຫະພັນລັດຖະສະພາສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ