ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ ແລະ ກຳປູເຈຍ

(VOVWORLD) -ປະຈຸບັນ ຫວຽດນາມ ພວມມານະພະຍາຍາມຟື້ນຟູພື້ນຖານເສດຖະກິດ ແລະ ລັດຖະບານ ຍີ່ປຸ່ນ ຈະຮຽງບ່າຮຽງໄຫລ່ເພື່ອຫນູນຊ່ວຍຫວຽດນາມ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ ແລະ ກຳປູເຈຍ - ảnh 1 ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນ ຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ Yamada Takio.

ພາບ:TTXVN

ຕອນບ່າຍວັນທີ 30 ມິຖຸນາ ຢູ່ ສຳນັກງານສະພາແຫ່ງຊາດ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນ ໄດ້ໃຫ້ການຕ້ອນຮັບທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ Yamada Takio. ກ່າວຄຳເຫັນນະທີ່ນີ້ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຢືນຢັນວ່າ ຍາມໃດຫວຽດນາມ ກໍ່ຖືຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນແຖວຫນ້າ ຍາວນານ ພ້ອມທັງປາດຖະຫນາຢາກສືບຕໍ່ພ້ອມກັບ ຍີ່ປຸ່ນ ເຮັດໃຫ້ການພົວພັນ “ຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດ ເລິກເຊິ່ງກວ້າງຂວາງກວ່າອີກເພື່ອສັນຕິພາບ ແລະ ວັດທະນາຖາວອນຢູ່ ອາຊີ”

ທ່ານເອກອັກຄະລັດຖະທູດ ຍີ່ປຸ່ນ ອວຍພອນຫວຽດນາມ ປ້ອງກັນ ຄວບຄຸມໂລກລະບາດໂຄວິດ 19 ເປັນຢ່າງດີ ແລະ ຖືວ່າ ພາຍຫລັງຜົນສຳເລັດນີ້ ບັນດານັກລົງທຶນໃນໂລກຈະສົນໃຈເຂົ້າມາລົງທຶນຢູ່ຫວຽດນາມ. ປະຈຸບັນ ຫວຽດນາມ ພວມມານະພະຍາຍາມຟື້ນຟູພື້ນຖານເສດຖະກິດ ແລະ ລັດຖະບານ ຍີ່ປຸ່ນ ຈະຮຽງບ່າຮຽງໄຫລ່ເພື່ອຫນູນຊ່ວຍຫວຽດນາມ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຕ້ອນຮັບເອກອັກຄະລັດຖະທູດຍີ່ປຸ່ນ ແລະ ກຳປູເຈຍ - ảnh 2 ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນຕ້ອນຮັບທ່ານ Chay Navuth ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳຫວຽດນາມ

ພາບ:TTXVN

ຕອນບ່າຍວັນດຽວກັນ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ Chay Navuth ເອກອັກຄະລັດຖະທູດ ກຳປູເຈຍ ປະຈຳຫວຽດນາມ, ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກີມເງິນສະເຫນີໃຫ້ສອງຝ່າຍຍູ້ແຮງການໂຄສະນາເພື່ອຍົກສູງຄວາມຮັບຮູ້ຂອງປະຊາຊົນສອງປະເທດ, ເປັນຕົ້ນແມ່ນໄວຫນູ່ມເພື່ອປັບປຸງພື້ນຖານການພົວພັນລະຫວ່າງສອງປະເທດ ຫວຽດນາມ ແລະ ກຳປູເຈຍ ໃຫ້ໝັ້ນຄົງກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ