ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຢ້ຽມຢາມ ແລະ ມອບຂອງຂວັນຢູ່ເມືອງໝູ່ກາງຈ໋າຍ

(VOVWORLD) -ຕອນເຊົ້າວັນທີ 21 ກັນຍາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ, ປະທານສະພາກອງທຶນອຸປະກະລະເດັກຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ມອບຂອງຂວັນໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ແລະ ເດັກທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ຢູ່ເມືອງໝູ່ກາງຈ໋າຍ, ແຂວງອຽນບ໊າຍ.
ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຢ້ຽມຢາມ ແລະ ມອບຂອງຂວັນຢູ່ເມືອງໝູ່ກາງຈ໋າຍ - ảnh 1ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ຢ້ຽມຢາມ ແລະ ມອບຂອງຂວັນຢູ່ເມືອງໝູ່ກາງຈ໋າຍ (ພາບ: TTXVN)

        ທ່ານນາງຮອງ ປະທານປະເທດ ດັ້ງທິງອກທິ້ງ ໄດ້ຕີລາຄາສູງບັນດາໝາກຜົນຂອງການພັດທະນາເສດຖະກິດ, ສັງຄົມ, ບັນດາຂະບວນການແຂ່ງຂັນ ເຊິ່ງໝູ່ກາງຈ໊າຍບັນລຸໄດ້ໃນໄລຍະຜ່ານມາ, ໂດຍສະເພາະແມ່ນລະດັບເຕີບໂຕເສດຖະກິດ, ຫຼຸດຜ່ອນອັດຕາຄອບຄົວທຸກຍາກ... ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ກໍ ສະເໜີ ເມືອງ ໝູ່ກາງຈ໋າຍ ຕ້ອງມີຄວາມເອົາໃຈໃສ່ເປັນພິເສດເຖິງວຽກງານຫຼຸດຜ່ອນຄວາມທຸກຍາກ; ສຸມໃສ່ດຶງດູດການລົງທຶນ; ເອົາໃຈໃສ່ເຖິງການຂຸດຄົ້ນບັນດາຄວາມສາມາດບົ່ມຊ້ອນ, ທ່າແຮງກ່ຽວກັບການທ່ອງທ່ຽວ ເພື່ອແນໃສ່ຍົກສູງມູນຄ່າເສດຖະກິດ, ລາຍຮັບຂອງປະຊາຊົນຂຶ້ນ.

        ທ່ານນາງຮອງ ປະທານປະເທດ ດັ້ງທິງອກທິ້ງ ໄດ້ມອບຮູບເຄິ່ງຄີງປະທານໂຮ່ຈີມິນ ໃຫ້ເມືອງໝູ່ກາງຈ໋າຍ, ມອບທຶນ 50 ລ້ານດົ່ງໃຫ້ກອງທຶນເພື່ອຄົນທຸກຍາກຂອງເມືອງ, ມອບຂອງຂວັນ 50 ພູດໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ ແລະ  ມອບທຶນການສຶກສາ 100 ທຶນ ໃຫ້ແກ່ນັກຮຽນທີ່ປະສົບກັບຄວາມຫຍຸ້ງຍາກເປັນພິເສດ ອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ