ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ ສົ່ງຈົດໝາຍ ຊົມ​ເຊີ​ຍ​ຄະນະ​ນັກກິລາ ຫວຽດນາມ ​ແລະ ທິມກິລາ​ບານ​ເຕະ​ຍິງ

(VOVWORLD) -ຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຍາດເອົາໄຊຊະນະໃນແຕ່ລະນັດແຂ່ງຂັນຂອງບັນດານັກກິລາບານເຕະຍິງ ໄດ້ສ້າງຜົນງານໃນຮອບຊີງຊະນະເລີດ ແລະ ສາມາດຄອງແຊັມຄັ້ງທີ 5. 
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ດັ້ງ​ທິງ​ອກທິ້ງ ສົ່ງຈົດໝາຍ ຊົມ​ເຊີ​ຍ​ຄະນະ​ນັກກິລາ ຫວຽດນາມ ​ແລະ ທິມກິລາ​ບານ​ເຕະ​ຍິງ - ảnh 1ຜົນງານຂອງທິມບານເຕະຍິງ ຈະເປັນແຫຼ່ງລະດົມກໍາລັງໃຈໃຫ້ແກ່ນັກກິລາປະເພດຕ່າງໆທີ່ເຂົ້າຮ່ວມ Seagames 30 

ພາຍຫຼັງຍາດໄດ້ຊະນະຕໍ່ທິມບານເຕະ ໄທ ໃນນັດແຂ່ງຂັນຮອບຊີງຊະນະເລີດ ບານເຕະຍິງ Seagames 30 ເຊິ່ງຈະຈັດຂຶ້ນໃນວັນທີ 8 ທັນວາ,  ທິມບານເຕະຍິງຫວຽດນາມ ໄດ້ຮັບຫຼຽນຄໍາ ແລະ ໄດ້ຮັບຄວາມຍ້ອງຍໍຊົມເຊີຍຢ່າງຫຼວງຫຼາຍ. ວັນທີ 9 ທັນວາ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິງອກທິ້ງ ໄດ້ສົ່ງຈົດໝາຍຊົມເຊີຍຄະນະນັກກິລາຫວຽດນາມ ແລະ ທິມບານເຕະຍິງ. ໃນຈົດໝາຍ, ທ່ານນາງຮອງປະທານປະເທດ ດັ້ງທິງອກທິ້ງ ເນັ້ນໜັ້ກວ່າ: ຄວາມມານະພະຍາຍາມ ແລະ ຄວາມຕັດສິນໃຈຍາດເອົາໄຊຊະນະໃນແຕ່ລະນັດແຂ່ງຂັນຂອງບັນດານັກກິລາບານເຕະຍິງ ໄດ້ສ້າງຜົນງານໃນຮອບຊີງຊະນະເລີດ ແລະ ສາມາດຄອງແຊັມຄັ້ງທີ 5, ທັງນີ້ກໍເປັນແຫຼ່ງລະດົມກໍາລັງໃຈໃຫ້ແກ່ນັກກິລາປະເພດຕ່າງໆທີ່ເຂົ້າຮ່ວມ Seagames 30.

        ນອກຈາກນັ້ນ, ທ່ານນາງຮອງປະທານປະເທດ ດັ້ງທິງອກທີ້ງ ກໍໍຊົມເຊີຍບັນດາຜົນງານອັນດີເລີດຂອງບັນດານັກກິລາຫວຽດນາມ ພ້ອມດ້ວຍຄະນະຄູຝຶກບັນລຸໄດ້ໃນງານມະຫາກໍາກິລາຄັ້ງນີ້. 

ຕອບກັບ

ຂ່າວ/ບົດ​ອື່ນ