ທ່ານນາງຮອງປະທານປະເທດ ຕ້ອນຮັບລັດຖະມົນຕີ ຜູ້ຮັບຜິດຊອບດ້ານພາສາຝລັ່ງແຫ່ງສ.ຝລັ່ງ

ທ່ານນາງຮອງປະທານປະເທດ ຕ້ອນຮັບລັດຖະມົນຕີ ຜູ້ຮັບຜິດຊອບດ້ານພາສາຝລັ່ງແຫ່ງສ.ຝລັ່ງ - ảnh 1
(ພາບປະກອບ)
(vovworld) -     ວັນ​ທີ 07/02, ທີ່ຮ່າ​ໂນ້ຍ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ທິຢວານ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Benguigui, ລັດຖະມົນຕີ ​ຜູ້​ຮັບຜິດຊອບ​ດ້ານ​ພາສາ​ຝລັ່ງ​ແຫ່ງ​ສ.ຝລັ່ງ. ທີ່​ການ​ຕ້ອນຮັບ, ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ​ໄດ້​ຢືນຢັນ​ວ່າ ຫວຽດນາມ ​ຖື​ການ​ພົວພັນ​ກັບ​ຝລັ່ງ, ກັບອົງການໃຊ້​ພາສາ​ຝລັ່ງ (OIF) ​ກໍ​ຄື​ບັນດາ​ປະ​ເທດ​ສະມາຊິກ​ອື່ນໆເປັນ​ສຳຄັນ; ຫວຽດນາມ ​​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຂອງ OIF. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນ​ທິຢວານ ຫວັງ​ວ່າ ຫວຽດນາມ ​ແລະ ຝລັ່ງ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ແລະ ມີ​ປະສິດທິ​ຜົນ​ກວ່າ​ອີກ​ໃນ​ຂົງ​ເຂດ ວັດທະນະທຳ, ການ​ສຶກສາ; ກອນ​ອື່ນ​ໝົດ, ສະ​ເໜີ​ໃຫ້ 2 ຝ່າ​ຍສົມທົບ​ກັນ​ຢ່າງ​​ແໜ້ນ​ແຟ້ນ ​ເພື່ອ​ຈັດ​ຕັ້ງ​ເຫດການຕ່າງໆ​ເນື່ອງ​ໃນ​ໂອກາດ​ສະ​ຫຼີມສະຫຼອງ 40 ປີ​ແຫ່ງ​ວັນ​ສ້າງ​ສາຍ​ພົວພັນ​ທາງ​ການ​ທູດ​ລະຫວ່າງ 2 ປະ​ເທດ ​(1973 – 2013 )ໃຫ້​ສຳ​ເລັດຜົນ.

        ສ່ວນທ່ານ​ນາງ Benguigui ກໍ​ໃຫ້​ຮູ້​ວ່າ, ຝລັ່ງ ຕັດສິນ​ໃຈ​ພັດທະນາ​​ມະຫາວິທະຍາ​ໄລ​ວິທະຍາສາດ​ເຕັກ​ໂນ​ໂລ​ຊີຮ່າ​ໂນ້ຍ ​ໃຫ້​ກາຍ​ເປັນ​ມະຫາວິທະຍາ​ໄລ​ທີ່​ດີ​ເດັ່ນ ​ແລະ ບັນລຸລະດັບ​ສາກົນ.

ຂ່າວ/ບົດ​ອື່ນ