ທ່ານນາງຮອງປະທານສະພາແຫ່ງຊາດ ຕອງທິຟ໋ອງ ເຮັດວຽກກັບທະຫານຊາຍແດງແຂວງບິ່ງເຟື໋ອກ

ທ່ານນາງຮອງປະທານສະພາແຫ່ງຊາດ ຕອງທິຟ໋ອງ ເຮັດວຽກກັບທະຫານຊາຍແດງແຂວງບິ່ງເຟື໋ອກ - ảnh 1
ທ່ານ​ນາງ​ ຕອງ​ທິຟ໋ອງ ຢ້ຽມຢາມພະນັກ​ງານ,
ນັກຮົບ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ແຂວງ ບິ່ງ​ເຟື໋ອກ
( ພາບ: daibieunhandan.vn )

( vovworld ) - ວັນ​ທີ 23/2, ທ່ານ​ນາງ​ ຕອງ​ທິຟ໋ອງ, ກຳມະການ​ກົມ​ການ​ເມືອງ, ຮອງ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ພ້ອມ​ກັບ​ຄະນະ​ຜູ້​ແທນ​ພະນັກງານ​ຂອງ​ສະພາ​ແຫ່ງ​ຊາດ​ໄດ້​ລົງ​ຢ້ຽມຢາມ, ​ເຮັດ​ວຽກ ​ແລະ ມອບ​ຂອງຂວັນ​ໃຫ້​ພະນັກ​ງານ, ນັກຮົບ​ປ້ອມ​ປ້ອງ​ກັນຊາ​ຍ​ແດນ​ ລົກ​ອານ, ຕາ​ແສງ ລົກອານ, ​ເມືອງ ລົກ​ນິງ, ​ແຂວງ ບິ່ງ​ເຟື໋ອກ ​ແລະ ກອງ​ບັນຊາ​ການ​ທະຫານ​ຊາຍ​ແດນ​ແຂວງ ບິ່ງ​ເຟື໋ອກ, ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ປ້ອງ​ກັນຊາ​ຍ​ແດນ​ທົ່ວ​ປວງ​ຊົນຄື​ວັນ​ທີ 3/3. ນະ​ທີ່​ນີ້, ທ່ານ​ນາງ ຕອງ​ທິຟ໋ອງ ​​ໄດ້ເວົ້າ​ວ່າ, ຕ້ອງ​ສ້າງສາ​ຍພົວພັນ​ກັບ​ບັນດາ​ກຳລັງ​ຢູ່​​ເຂດ​ຊາຍ​ແດນ​ຂອງ​ກຳປູ​ເຈຍ, ປະຕິບັດ​ວຽກ​ງານ​ປ້ອງ​ກັນ ​ແລະ​ ຕ້ານການ​ຄ້າ​ເຖື່ອນຢູ່​ເຂດ​ຊາຍ​ແດນ​ເປັນ​ຢ່າງ​ດີ. ທ່ານ​ນາງ ຕອງ​ທິຟ໋ອງ ກໍ​ຮັບ​ຮູ້​ການ​ມີ​ຫົວຄິດປະດິດສ້າງ​ຂອງ​ການ​ນຳ​ແຂວງ​ ​ແລະ ທະຫານ​ຊາຍ​ແດນຂອງ​ແຂວງ​ໃນ​ການ​ມອບ​ດິນ​ປູກ​ປ່າ ​ແລະ ປູກ​ຕົ້ນ​​ໄມ້ອຸດສາຫະກຳ​ທີ່​ມີ​ມູນ​ຄ່າດ້ານ​ເສດຖະກິດ​ສູງ, ຜ່ານ​ນັ້ນ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ຂອງ​ວຽກ​ງານ​ປ້ອງກັບປະ​ເທດ​ໃນ​ຍຸດ​ທະ​ສາດ​ກໍ່ສ້າງ​ເຂດ​ປ້ອງ​ກັນ​ສົມທົບ​ກັບ​ການ​ພັດ​ທະນາ​ເສດຖະກິດຢູ່ຕາມ​ເຂດ​ຊາຍ​ແດນ.
ຂ່າວ/ບົດ​ອື່ນ