ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບຜູ້ວ່າການເຂດ Yanggon, ມ້ຽນມາ

ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕ້ອນຮັບຜູ້ວ່າການເຂດ Yanggon, ມ້ຽນມາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung
​ຕ້ອນຮັບ​ທ່ານ Myint Swe, ຜູ້​ວ່າການ​ເຂດ Yanggon
( ພາບ: VGP )


( vovworld ) -   ຕອນ​ບ່າຍ​ວັນ​ທີ 27/5, ຢູ່​ທີ່​ສຳນັກງານ​ນາຍົກ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Myint Swe, ຜູ້​ວ່າການ​ເຂດ Yanggon ສາທາລະນະ​ລັດ​ສະຫະພາບມ້ຽນ​ມາ ທີ່​ພວມຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຖື​ວ່າ ຫວຽດນາມ ​ແລະ ມ້ຽນມາ ຄວນ​ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ສົ່ງ​ເສີມ,​ ຂຸດຄົ້ນ​ຄວາມ​ສາມາດ​ບົມຊ້ອນ ​ແລະ ທ່າ​ແຮງ​ຂອງ​ແຕ່​ລະ​ປະ​ເທດຫຼາຍ​ກວ່າ​ອີກ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ວິວັດ​ການ​ຮ່ວມ​ມື ​ແລະ ພັດທະນາ, ປະກ​ອບສ່ວນ​ເຂົ້າ​ໃນ​ການ​ສ້າງ​ປະຊາ​ຄົມ​ອາ​ຊຽນ ​ໃຫ້​ນັບ​ມື​້ນັບ​ເຂັ້ມ​ແຂງ. ທ່ານ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້​ອຳນາດ​ການ​ປົກຄອງ Yangon ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​​ແກ່​ວິ​ສາ​ຫະກິດ​ຫວຽດນາມ ​ເພີ່ມ​ທະວີ​ການ​ລົງທຶນ​ຢູ່ Yangon.

        ທ່ານ Myint Swe ​ໄດ້​ຢືນຢັນ​ວ່າ ຈະ​ສະໜັບສະໜູນ ​ແລະ ສົ່ງ​ເສີມ​ບັນດາ​ວິ​ສາ​ຫະກິດ​ຫວຽດນາມ ລົງທຶນ​ຢູ່​ເຂດ Yangon ກໍ​ຄື​ຊຸກຍູ້​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ, ພ້ອມ​ກັນ​ນັ້ນ​ກໍ​ປາດ​ຖະໜາ​ວ່າ ບັນດາ​ທ້ອງ​ຖິ່ນ​ຂອງ​ຫວຽດນາມ ຈະ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ກັບ​ເຂດ Yangon, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ກະສິກຳ, ພະລັງງານ ​ແລະ ຂຸດ​ຄົ້ນ​ແຮ່​ທາດ.

ຂ່າວ/ບົດ​ອື່ນ