ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ

ທ່ານນາຍົກລັດຖະມົນຕີ Nguyen Tan Dung ຕອບຄຳຊັກຖາມຂອງບັນດາສະມາຊິກສະພາແຫ່ງຊາດ - ảnh 1
ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ
ພາບ:tienphong.vn


(vovworld) - ຕອນ​ເຊົ້າ​ວັນ​ທີ 14/11, ສືບ​ຕໍ່​​ໂຄງການ​ດຳ​ເນີນ​ງານ​ຂອງ​ກອງ​ປະຊຸມ​ສະ​ໄຫມ​ສາມັນ​ເທື່ອ​ທີ 4 ສະພາ​ແຫ່ງ​ຊາດ ຫວຽດນາມ ຊຸດ​ທີ 13, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຕອບ​ຄຳ​ຊັກ​ຖາມ​ຂອງ​ບັນດາ​ສະມາຊິກ​ສະພາ​ແຫ່ງ​ຊາດ. ​ເມື່ອ​ເວົ້າ​ເຖິງ​ການ​ຊີ້​ນຳ​ບໍລິຫານ​​ແຜນການ​ພັດທະນາ​ເສດຖະກິດ​ສັງຄົມ​ປີ 2013, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຢືນຢັນ​ວ່າ: ລັດຖະບານ​ຈະ​ຮີບ​ເຮັ່ງ​ຜັນ​ຂະຫຍາຍ​ການ​ປະຕິບັດ​ຢ່າງ​ຂ້ຽວຂາດບັນດາ​ຫນ້າ​ທີ່ ​ແລະ ມາດ​ຕະການ​ທີ່​ໄດ້​ລະບຸ​ໄວ້​ໃນ​ມະ​ຕິ​ຂອງ​ສະພາ​ແຫ່ງ​ຊາດ​ກ່ຽວ​ກັບ​ແຜນການ​ພັດທະນາ​ເສດຖະກິດ ສັງຄົມ​ປີ 2013. ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່​ວິ​ສາ​ຫະກິດ, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຊຶ່ງ​ແມ່ນ​ບັນຫາ​ທີ່ ສສຊ ຊັກ​ຖາມ​ຫລາຍ​ກວ່າ​ໝູ່, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ຍົກ​ອອກ 4 ໝວດ​ມາດ​ຕະການ​ຕ້ອງ​ປະຕິບັດ​ຢ່າງ​ຄົບ​ຊຸດ, ​ເປັນ​ຈຸດ​ສຸມ​ໃນ​ແຕ່ລະ​ຂົງ​ເຂດ, ​ແຕ່ລະ​ຈຸດ​ເວລາ ​ເພື່ອ​ນຳ​ມາ​ຊຶ່ງ​ປະສິດທິ​ຜົນ​ສູງ​ສຸດ.

        “ລັດ​ຖະບານ​ສຸມ​ໃສ່​ຊີ້​ນຳ ກ່ອນ​ອື່ນ​ໝົດ​ແມ່ນ​ຮັກສາ​ເສດຖະກິດ​ມະ​ຫາ​ພາກ​ເປັນ​ປົກກະຕິ​, ຮັກສາ​ລະດັບ​ຈະ​ເລີ​ນ​ເຕີບ​ໂຕ​ລວມຂອງ​ພື້ນຖານ​ເສດຖະກິດ​ຢ່າງ​ເໝາະ​ສົມ, ຕ້ອງ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ໃຫ້​ໄດ້, ບໍ່​ປະໃຫ້​ໄພເງິນເຟີ້​ເພີ່ມ​ຢູ່ໃນລະດັບສູງຄືນໃຫມ່. ໝວດ​ມາດ​ຕະການທີ​ສອງ ​ແມ່ນ​ຍູ້​ແຮງ​ການ​ສ້າງ​ໂຄງ​ປະກອບ​ພື້ນຖານ​ເສດຖະກິດ​ຄືນ​ໃຫມ່, ຫັນປ່ຽນ​ຮູບ​ແບບ​ເສດຖະກິດ​ຕິດ​ພັນ​ກັບ​ການ​ຜັນ​ຂະຫຍາຍ​ປະຕິບັດ​ຂອດ​ບຸກທະລຸ​ຢ່າງ​ມີ​ປະສິດທິ​ຜົນ ​ເພື່ອ​ສ້າງ​ຄວາມ​ສະດວກ​ໃນ​ຕໍ່ຫນ້າ ​ແລະ ຍາວ​ນານ​ໃຫ້​ແກ່​ວິ​ສາ​ຫະກິດ. ໝວດ​ມາດ​ຕະການ​ທີ 3 ​ແມ່ນ​ແກ້​ໄຂ​ຫນີ້​ເສຍ, ສິນຄ້າ​ຄ້າງ​ສາງ, ​ແກ້​ໄຂ​ສະພາບ​ອະສັງຫາລິມະ​ສັບ​ຖື​ກຕິດ​ຄັດ. ໝວດ​ມາດ​ຕະການ​ທີ 4, ນັ້ນ​ແມ່ນ​ປະຕິ​ຮູບ​ດ້ານ​ບໍລິຫານ ຊຶ່ງ​ລວມມີ ການ​ປະຕິ​ຮູບ​ກົດໝາຍ ​ແລະ ລະບຽບ​ການ​ບໍລິຫານ, ​ເພື່ອ​ໃຫ້​ພື້ນຖານ​ເສດຖະກິດ​ການ​ຕະຫລາດ​ພຽງພໍ, ​​ໂປ່​ງ​ໃສ, ສ້າງ​ເງື່ອນ​ໄຂ​ສະດວກ​ໃຫ້​ແກ່​ວິ​ສາ​ຫະກິດ.”

        ກ່ອນ​ທີ່​ຕອບ​ຄຳ​ຊັກ​ຖາມ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ສະ​ເຫ​ນີຕໍ່​ສະພາ​ແຫ່ງ​ຊາດ​ບົດລາຍງານ​ອະພິປາຍ​ກ່ຽວ​ກັບ​ບາງ​ເນື້ອ​ໃນ​ຊຶ່ງ ສສຊ ​ແລະ ຜູ້​ມີ​ສິດ​ເລືອກ​​ໃນ​ທົ່ວ​ປະ​ເທດ​ມີ​ຄວາມ​ສົນ​ໃຈ.

ຂ່າວ/ບົດ​ອື່ນ