ທ່ານນາຍົກລັດຖະມົນຕີ Nguyen Tan Dung ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ເກົາຫຼີ

ທ່ານນາຍົກລັດຖະມົນຕີ Nguyen Tan Dung ສິ້ນສຸດການຢ້ຽມຢາມ ແລະ ເຮັດວຽກຢູ່ ສ.ເກົາຫຼີ - ảnh 1
ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍຄັ້ງ​ທີ 2
( ພາບ: vuducdam.net )


( vovworld ) – ​ ຕອນ​ຄຳ​ວັນ​ທີ 29/3, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ແລະ ພັນ​ລະ​ຍາ​ພ້ອມ​ດ້ວຍ​ຄະນະ​ຜູ້​ແທນ​ລັດຖະບານ​ຫວຽດນາມ​ໄດ້​ກັບມາ​ຮອດ​ຮ່າ​ໂນ້ຍ, ສິ້ນ​ສຸດ​ການ​​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ​ຄວາມ​ປອດ​ໄພ​ດ້ານ​ນິວ​ເຄຼຍຄັ້ງ​ທີ 2 ​ແລະ ຢ້ຽມຢາມ ສ.ເກົາຫຼີ​ ຢ່າງ​ເປັນ​ທາງ​ການ. ການ​ໄປ​ຢ້ຽມຢາມ​ຄັ້ງ​ນີ້​ຂອງທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ບໍ່​ພຽງ​ແຕ່​ຢືນຢັນ​ກັບ​ໂລກ​ກ່ຽວ​ກັບ​ນະ​ໂຍບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ໃນ​ການ​ນຳ​ໃຊ້​ພະລັງງານ​ນິວ​ເຄຼຍ​ເພື່ອ​ເປົ້າ​ໝາຍ​ສັນຕິພາບ​ເທົ່າ​ນັ້ນ, ຫາກ​ຍັງ​ສະ​ແດງ​​ໃຫ້​ເຫັນຢ່າງ​ຈະ​ແຈ້ງ​ວ່າ​ ຫວຽດນາມ ​ແມ່ນ​ສະມາຊິກ​ທີ່​ມີໜ້າ​ທີ​ຮັບຜິດຊອບ, ​ເປັນ​ເຈົ້າ​ການ ​ແລະ ປະກອບສ່ວນ​ເຂົ້າ​ໃນ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ບັນຫາ​ທີ​ມີ​ຄວາມສົນ​​ໃຈ​ລວມຂອງ​ປະຊາຄົມໂລກ​ຢ່າງ​ຕັ້ງໜ້າ, ການ​ຢ້ຽມຢາມຍັງ​ປະກອບສ່ວນ​ຮັດ​ແໜ້ນ​ຄວາມ​ສາມັກຄີ, ຊຸກຍູ້​ກາ​ນພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດນາມ - ສ.​ເກົາຫຼີ ​ໃນ​ຂົງ​ເຂດ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ປະ​ເທດໃຫ້​ນັບ​ມື້​ນັບ​​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ​.

        ພາຍຫຼັງ​ພາກ​ຂ່າວ, ວິທະ​ຍຸ​ກະຈາຍສຽງຫວຽ​ດນາມ ​ໄດ້​ມີ​ບົດ​ສະຫຼຸບ​ບັນດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍຂອງ​ທ່ານ​ນາຍົກລັດຖະ​ມົນຕີ Nguyen Tan Dung ​ໃນ​ການ​ຢ້ຽມຢາມ​ຄັ້ງ​ນີ້. ​ເຊີນ​ທ່ານ​ຕິດຕາມ​ຮັບ​ຟັງ.
ຂ່າວ/ບົດ​ອື່ນ