ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຈະໄປຢ້ຽມຢາມ ລາວ ຢ່າງເປັນທາງການ

(VOVWORLD) - ພາຍຫຼັງການເຮັດວຽກ, 2 ຝ່າຍຈະດຳເນີນການເຊັນເອກະສານຮ່ວມມື 2 ຝ່າຍຈຳນວນໜຶ່ງ.
ທ່ານນາຍົກລັດຖະມົນຕີ ກຳປູເຈຍ ຈະໄປຢ້ຽມຢາມ ລາວ ຢ່າງເປັນທາງການ - ảnh 1(ທ່ານນາຍົກລັດຖະມົນຕີ Hun Manet)

        ຕາມແຈ້ງການສື່ມວນຊົນຂອງກະຊວງການຕ່າງປະເທດ ກຳປູເຈຍ ແລ້ວ, ທ່ານນາຍົກລັດຖະມົນຕີ Hun Manet ຈະນຳໜ້າຄະນະຜູ້ແທນຂັ້ນສູງ ກຳປູເຈຍ ໄປຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການ, ແຕ່ວັນທີ 25 – 26 ມີນາ, ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ລາວ ສອນໄຊ ສີພັນດອນ.

        ຄາດວ່າ, ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ Hun Manet ຈະເຂົ້າຢ້ຽມຂ່ຳນັບທ່ານເລຂາທິການໃຫຍ່, ປະທານປະເທດ ສປປ. ລາວ ທອງລຸນ ສີສຸລິດ, ດຳເນີນການເຈລະຈາ 2 ຝ່າຍກັບຄູ່ຕຳແໜ່ງ ລາວ ສອນໄຊ ສີພັນດອນ ເພື່ອປຶກສາຫາລືກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນຮ່ວມມື 2 ຝ່າຍ, ກໍຄືປຶກສາຫາລືກ່ຽວກັບບາງບັນຫາຢູ່ພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ພາຍຫຼັງການເຮັດວຽກ, 2 ຝ່າຍຈະດຳເນີນການເຊັນເອກະສານຮ່ວມມື 2 ຝ່າຍຈຳນວນໜຶ່ງ.

ຕອບກັບ

ຂ່າວ/ບົດ​ອື່ນ