ທ່ານນາຍົກລັດຖະມົນຕີ ຈີນ ພົບປະກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ

(VOVWORLD) -ວັນທີ 25 ເມສາ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽງ ໄດ້ມີການພົບປະກັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ ລາວ ທັງເປັນປະທານປະເທດ ລາວ ເຊິ່ງພວມມີການຢ້ຽມຢາມປັກກິ່ງ ແລະ ເຂົ້າຮ່ວມເວທີປາໄສ ການຮ່ວມມືສາກົນ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ຄັ້ງທີ 2.
ທ່ານນາຍົກລັດຖະມົນຕີ ຈີນ ພົບປະກັບທ່ານ ເລຂາທິການໃຫຍ່, ປະທານປະເທດ ລາວ - ảnh 1 ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽງ ພົບປະກັບ ທ່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ ລາວ ທັງເປັນປະທານປະເທດ ລາວ (ພາບ: TTXVN)

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຈີນ ຫຼີເຄີຊຽງ ສະແດງວ່າ ຈີນ ພ້ອມແລ້ວທີ່ຈະຮ່ວມມືກັບ ລາວ ເພື່ອເພີ່ມທະວີການຈັດຕັ້ງປະຕິບັດຄວາມເຫັນດີເຫັນພ້ອມ ເຊິ່ງການນໍາສອງພັກ, ສອງລັດ ບັນລຸໄດ້; ສືບຕໍ່ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ.  ທ່ານ ຫຼີເຄີຊຽງ ກໍຢັ້ງຢືນວ່າ ຈີນ ພ້ອມແລ້ວທີ່ຈະສົມທົບ ຂໍ້ລິເລີ່ມ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” (BRI) ກັບ ຍຸດທະສາດພັດທະນາຂອງລາວ ພ້ອມທັງບັນລຸໄດ້ຄວາມຄືບໜ້າໃໝ່ໃນບັນດາໂຄງການໃຫຍ່ ຄື ແລວເສດຖະກິດ ຈີນ - ລາວ ແລະ ເສັ້ນທາງລົດໄຟ ຈີນ - ລາວ.

        ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ບຸນຍັງ ວໍລະຈິດ ໃຫ້ຮູ້ວ່າ ລາວ ຖືເປັນສໍາຄັນ ແລະ ຕັ້ງໜ້າເຂົ້າຮ່ວມຂໍ້ລິເລີ່ມ “ໜຶ່ງແລວທາງ ແລະ ໜຶ່ງເສັ້ນທາງ” ແລະ ມີຄວາມເພິ່ງພໍໃຈຕໍ່ຄວາມຄືບໜ້າຂອງບັນດາໂຄງການໃຫຍ່ຄື ເສັ້ນທາງລົດໄຟ ຈີນ - ລາວ. ທ່ານກໍສະແດງຄວາມຂອບອົກຂອບໃຈ ຈີນ ທີ່ໄດ້ໜູນຊ່ວຍການພັດທະນາເສດຖະກິດ-ສັງຄົມ ຂອງລາວ ຢ່າງແຮງ, ພ້ອມທັງໃສ່ໃຈວ່າ ສອງປະເທດຄວນຮ່ວມມືກັນກໍ່ສ້າງປະຊາຄົມລວມອະນາຄົດ ແລະ ຊຸກຍູ້ການພົວພັນລະຫວ່າງ ສອງພັກ ແລະ ສອງລັດ ໃຫ້ຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ