ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຕົກ​ລົງ​ເອົາ ວັນ​ທີ 4 ຕຸ​ລາ​ປະ​ຈຳ​ປີ​ແມ່ນ “ວັນ​ທັກ​ສະ​ການ​ອອກ​ແຮງ​ງານ ຫວຽດ​ນາມ”

(VOVWORLD) -ວັນທີ 1 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ລົງນາມຂໍ້ຕົກລົງ ວ່າດ້ວຍການຖືເອົາວັນທີ 4 ຕຸລາປະຈຳປີ ແມ່ນ “ວັນທັກສະການອອກແຮງງານ ຫວຽດນາມ”.
ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ  ຕົກ​ລົງ​ເອົາ ວັນ​ທີ 4 ຕຸ​ລາ​ປະ​ຈຳ​ປີ​ແມ່ນ “ວັນ​ທັກ​ສະ​ການ​ອອກ​ແຮງ​ງານ ຫວຽດ​ນາມ” - ảnh 1ພາບປະກອບ:  baodautu.vn

ຕາມຂໍ້ຕົກລົງແລ້ວ, ວັນທັກສະການອອກແຮງງານຫວຽດນາມ ຈະໄດ້ຈັດຕັ້ງເປັນເອກະພາບໃນທົ່ວປະເທດເພື່ອແນໃສ່ຕອບສະໜອງ ວັນທັກສະຊາວໜຸ່ມໂລກ ປະຈຳປີ (15 ກໍລະກົດ) ໂດຍ ສະມັດຊາດໃຫຍ່ ສປຊ ໄດ້ຮັບຮອງເອົາໃນວັນທີ 2014, ພ້ອມທັງ ຮຽກຮ້ອງໃຫ້ປະຊາຄົມພາຍໃນປະເທດ ຕອບສະໜອງ ແລະ ສະໜັບສະໜູນການພັດທະນາທັກສະອອກແຮງງານດ້ວຍບັນດາການກະທຳຢ່າງລະອຽດເພື່ອຍົກສູງທັກສະການອອກແຮງງານ ຫວຽດນາມ, ປະກອບສ່ວນຍົກສູງສະມັດຕະພາບ, ປະສິດທິຜົນໃນການອອກແຮງງານ ແລະ ກຳລັງຄວາມສາມາດໃນການແກ້ງແຍ່ງແຫ່ງຊາດ.

ການຈັດຕັ້ງວັນທັກສະການອອກແຮງງານ ຫວຽດນາມ ແມ່ນເພື່ອແນໃສ່ ສົ່ງເສີມເນື້ອໃນຈິດໃຈການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມຕະຫຼອດຊີວິດ ເພື່ອຍົກສູງທັກສະ, ລະດັບຄວາມຮູ້ຂອງນັກຮຽນ, ນັກສຶກສາ ແລະ ຜູ້ອອກແຮງງານ, ເຊີດຊູ ແລະ ຢັ້ງຢືນທີ່ຕັ້ງບົດບາດ, ຄວາມສຳຄັນຂອງຜູ້ອອກແຮງງານທີ່ມີທັກສະ, ເປັນຕົ້ນແມ່ນແຮງງານທີ່ມີສີມືແຮງງານສູງ, ທັກສະວີຊາຊີບທີ່ດີເດັ່ນ. 

ຕອບກັບ

ຂ່າວ/ບົດ​ອື່ນ