ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ແຖວ​ໜ້າ ຍີ່​ປຸ່ນ

(VOVWORLD) - ໃນຂອບເຂດການລາຍການເຄື່ອນໄຫວເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງ 50 ປີ ແຫ່ງວັນສ້າງຕັ້ງສາຍພົວພັນ ອາຊຽນ - ຍີ່ປຸ່ນ ແລະ ດຳເນີນການເຄື່ອນໄຫວສອງຝ່າຍຢູ່ ຍີ່ປຸ່ນ, ຕອນບ່າຍວັນທີ 16 ທັນວາ, ຢູ່ນະຄອນຫຼວງ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບການນຳບາງກຸ່ມບໍລິສັດເສດຖະກິດແຖວໜ້າຂອງ ຍີ່ປຸ່ນ ໃນບັນດາຂົງເຂດສຸຂະພາບ, ພະລັງງານ ແລະ ນ້ຳມັນອາຍແກັດ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບ​ການ​ນຳ​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ເສດ​ຖະ​ກິດ​ແຖວ​ໜ້າ ຍີ່​ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ Hidenori Harada, ປະທານທັງເປັນຜູ້ອຳນວຍການຝ່າຍບໍລິສັດ  ແລະ ບັນດາການນຳຫຼັກແຫຼ່ງຂອງກຸ່ມບໍລິສັດ MOECO  (ພາບ: TTXVN)

ທີ່ການຕ້ອນຮັບທ່ານ Takagi Kuninori, ປະທານກຸ່ມບໍລິສັດ ແພດສາດ IHW, ເຊິ່ງແມ່ນກຸ່ມບໍລິສັດແພດສາດແຖວໜ້າຂອງ ຍີ່ປຸ່ນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊົມເຊີຍກຸ່ມບໍລິສັດ IHW ທີ່ໄດ້ມີແຜນການຜັນຂະຫຍາຍໂຄງການສ້າງຮາກຖານກວດ, ປິ່ນປົວພະຍາດບັນລຸມາດຕະຖານຍີ່ປຸ່ນ ຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ ໃນໄລຍະຈະມາເຖິງ, ທ່ານປະທານກຸ່ມບໍລິສັດ IHW ຈະສືບຕໍ່ເອົາໃຈໃສ່ຍູ້ແຮງການຮ່ວມມືດ້ານບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃນຂົງເຂດດັ່ງກ່າວ ທີ່ມີຄຸນນະພາບສູງໃຫ້ແກ່ ຫວຽດນາມ ແລະ ອຳນວຍຄວາມສະດວກ, ເພີ່ມຈຳນວນທຶນການສຶກສາໃຫ້ແກ່ນັກສຶກສາ ຫວຽດນາມ ໄປຮຽນຢູ່ ໂຮງຮຽນ ມະຫາວິທະຍາສາດແພດສາດ ແລະ ສະຫວັດດີການສາກົນ.

       ສ່ວນໃນການຕ້ອນຮັບທ່ານ Hidenori Harada, ປະທານທັງເປັນຜູ້ອຳນວຍການຝ່າຍບໍລິສັດ  ແລະ ບັນດາການນຳຫຼັກແຫຼ່ງຂອງກຸ່ມບໍລິສັດ MOECO, ກຸ່ມບໍລິສັດລົງທຶນ, ດຳເນີນທຸລະກິດ ແລະ ການຄ້າໃນຂົງເຂດຂຸດຄົ້ນບໍ່ແຮ່, ພະລັງງານ, ອຸປະກອນ, ທາດເຄມີ, ສະບຽງອາຫານ, ຕຳແຜ່ນຕັດຫຍິບ ແລະ ການເງິນໃນຂອບເຂດທົ່ວໂລກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ກຸ່ມບໍລິສັດເພີ່ມທະວີ ແລະ ເປີດກວ້າງບັນດາການເຄື່ອນໄຫວລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ. ທ່ານຢັ້ງຢືນວ່າ ຫວຽດນາມ ຈະໃຫ້ການໜູນຊ່ວຍ, ອຳນວຍຄວາມສະດວກທຸກຢ່າງໃຫ້ບັນດາວິສາຫະກິດ ຍີ່ປຸ່ນ ເວົ້າລວມ ແລະ MOECO ເວົ້າສະເພາະ ຈັດຕັ້ງຜັນຂະຫຍາຍການເຄື່ອນໄຫວລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ ແລະ ຍືນຍົງຢູ່ ຫວຽດນາມ.  

ຕອບກັບ

ຂ່າວ/ບົດ​ອື່ນ