ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຕ້ອນຮັບລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ຜ່ານບັນດາການຢ້ຽມຢາມ, ພົບປະຂັ້ນສູງ ກໍຄືຂັ້ນກະຊວງ, ຂະແໜງການ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຕ້ອນຮັບລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈີງ ຕ້ອນຮັບທ່ານລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ Nishimura Yasutoshi
(ພາບ: TTXVN)

       ຕອນບ່າຍວັນທີ 03 ພະຈິກ, ຢູ່ຫ້ອງວ່າການລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈີງ ໄດ້ຕ້ອນຮັບທ່ານລັດຖະມົນຕີກະຊວງເສດຖະກິດ, ການຄ້າ ແລະ ອຸດສາຫະກຳ ຍີ່ປຸ່ນ Nishimura Yasutoshi ທີ່ພວມຢ້ຽມຢາມ, ເຮັດວຽກຢູ່ ຫວຽດນາມ.

 ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ 2 ຝ່າຍສືບຕໍ່ປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ຜ່ານບັນດາການຢ້ຽມຢາມ, ພົບປະຂັ້ນສູງ ກໍຄືຂັ້ນກະຊວງ, ຂະແໜງການ; ເພີ່ມທະວີການເຊື່ອມຕໍ່, ຮ່ວມມືລະຫວ່າງບັນດາທ້ອງຖິ່ນ, ວິສາຫະກິດ; ການພົບປະແລກປ່ຽນປະຊາຊົນ. ທ່ານນາຍົກລັດຖະມົນຕີ ກໍ່ສະເໜີໃຫ້ ຍີ່ປຸ່ນ ຮ່ວມມື, ໜູນຊ່ວຍ ຫວຽດນາມ ໃນບັນດາຂົງເຂດບຸລິມະສິດປາຍແຫຼມ, ຄື: ການຫັນເປັນສີຂຽວ, ຫັນເປັນດີຈີຕອນ, ນະວັດຕະກຳ, ການພັດທະນາອຸດສາຫະກຳເຕັກໂນໂລຊີສູງ… ສ້າງເງື່ອນໄຂເພື່ອໃຫ້ວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງທົ່ວໂລກຂອງ ຍີ່ປຸ່ນ ຢ່າງເລິກເຊິ່ງກວ່າ. ພິເສດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ລັດຖະບານ ຍີ່ປຸ່ນ ໜູນຊ່ວຍ ຫວຽດນາມ ໃນການສຳຫຼວດ, ກໍ່ສ້າງ, ສະໜອງບ້ວງເງິນໜູນຊ່ວຍພັດທະນາທາງການ (ODA) ລຸ້ນໃໝ່ໃຫ້ແກ່ບັນດາໂຄງການ ພັດທະນາພື້ນຖານໂຄງລ່າງຍຸດທະສາດມີຂອບຂະໜາດໃຫຍ່ຂອງ ຫວຽດນາມ, ຄື: ໂຄງການເສັ້ນທາງລົດໄຟຄວາມໄວສູງ ເໜືອ - ໃຕ້.

ຕອບກັບ

ຂ່າວ/ບົດ​ອື່ນ