ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະເຈລະຈາກັບ ທ່ານ ຫລີຊຽງ ນາຍົກລັດຖະມົນຕີ ສປ ຈີນ

(VOVWORLD) -ໃນໄລຍະ 15 ປີຜ່ານມາ, ຂອບເຂດການພົວພັນທີ່ເປັນມູນເຊື້ອມິດຕະພາບການຮ່ວມມືຍາວນານລະຫວ່າງ ຫວຽດນາມ ກັບຈີນ ບໍ່ພຽງແຕ່ນຳມາເຊິ່ງໝາກຜົນ, ຜົນປະໂຫຍດອັນແທດຈິງໃຫ້ແກ່ສອງຊາດ, ສອງປະເທດເທົ່ານັ້ນ ຫາກຍັງປະກອບສ່ວນສຳຄັນໃຫ້ແກ່ສັນຕິພາບ, ການຮ່ວມມື ແລະ ພັດທະນາໃຫ້ແກ່ພາກພື້ນ ແລະ ໃນໂລກ”
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະເຈລະຈາກັບ ທ່ານ ຫລີຊຽງ ນາຍົກລັດຖະມົນຕີ ສປ ຈີນ   - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ທ່ານ ຫລີຊຽງ ນາຍົກລັດຖະມົນຕີ ສປ ຈີນ . ພາບ: VOV

ໃນຂອບເຂດເຂົ້າຮ່ວມງານຕະຫລາດນັດ ຈີນ - ອາຊຽນ (CAEXPO) ແລະ ກອງປະຊຸມສຸດຍອດການຄ້າ ແລະ ການລົງທຶນ ຈີນ - ອາຊຽນ(CABIS) ຄັ້ງທີ 20, ຕອນບ່າຍວັນທີ 16 ກັນຍາ ຢູ່ ນະຄອນ ຫນານຫນິງ ແຂວງ ກວາງສີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ມີການພົບປະເຈລະຈາກັບທ່ານນາຍົກລັດຖະມົນຕີ ສປ ຈີນ ຫລີຊຽງ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢືນຢັນ:

“ພັກ, ລັດ ຫວຽດນາມ ຖືເປັນສຳຄັນ ແລະ ກຳນົດການພັດທະນາການພົວພັນຮ່ວມມືມິດຕະພາບເປັນປົກກະຕິ, ປອດໃສ, ຍາວນານ ກັບຈີນ ແມ່ນຄວາມຮຽກຮ້ອງພາວະວິໄສ, ແມ່ນການເລືອກເຟັ້ນຍຸດທະສາດ ແມ່ນບຸລິມະສິດແຖວຫນ້າຂອງຫວຽດນາມ. ຂອບເຂດການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານກັບຈີນ ແມ່ນ ຂອບເຂດສູງສຸດ ແລະ ໄດ້ຮັບຖືວ່າແມ່ນສຳຄັນທີ່ສຸດຂອງຫວຽດນາມ. ໃນໄລຍະ 15 ປີຜ່ານມາ, ຂອບເຂດການພົວພັນນັ້ນ ແລະ ມູນເຊື້ອມິດຕະພາບການຮ່ວມມືຍາວນານລະຫວ່າງ ຫວຽດນາມ ກັບຈີນ ບໍ່ພຽງແຕ່ນຳມາເຊິ່ງໝາກຜົນ, ຜົນປະໂຫຍດອັນແທດຈິງໃຫ້ແກ່ສອງຊາດ, ສອງປະເທດເທົ່ານັ້ນ ຫາກຍັງປະກອບສ່ວນສຳຄັນໃຫ້ແກ່ສັນຕິພາບ, ການຮ່ວມມື ແລະ ພັດທະນາໃຫ້ແກ່ພາກພື້ນ ແລະ ໃນໂລກ”

ສ່ວນທ່ານນາຍົກລັດຖະມົນຕີ ຈີນ ຫລີຊຽງ ໄດ້ເນັ້ນຫນັກວ່າ ພາຍໃຕ້ການຊີ້ນຳຂອງທ່ານເລຂາທິການໃຫຍ່ ສີຈິ້ນຜິງ ແລະ ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ, ການພົວພັນລະຫວ່າງສອງພັກ, ສອງປະເທດ ຈີນ ແລະ ຫວຽດນາມ ໄດ້ຮັກສາທ່າອ່ຽງພັດທະນາອັນດີງາມ.

 

ຕອບກັບ

ຂ່າວ/ບົດ​ອື່ນ