ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢັ້ງ​ຢືນ: ການ​ນຳ​ເສັ້ນ​ທາງ​ດ່ວນ ກາວ​ໂບ່ - ມາຍ​ເຊີນ ເຂົ້າ​ໃຊ້​ງານ ຈະ​ສ້າງ​ເງື່ອນ​ໄຂ​ເຊື່ອມ​ຕໍ່​ບັນ​ດາ​ສູນ​ເສດ​ຖະ​ກິດ​ພາກ​ເໜືອ

(VOVWORLD) -ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຄງການກໍ່ສ້າງເສັ້ນທາງດ່ວນຕອນ ກາວໂບ່ - ມາຍເຊີນ ຂຶ້ນກັບໂຄງການກໍ່ສ້າງບາງຕອນຂອງເສັ້ນທາງດ່ວນເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2017 – 2020, ໂດຍກະຊວງຄົມມະນາຄົມຂົນສົ່ງສົມທົບກັບແຂວງ ນິງບິ່ງ, ນາມດິ້ງ ຈັດຂຶ້ນ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຢັ້ງ​ຢືນ: ການ​ນຳ​ເສັ້ນ​ທາງ​ດ່ວນ ກາວ​ໂບ່ - ມາຍ​ເຊີນ ເຂົ້າ​ໃຊ້​ງານ ຈະ​ສ້າງ​ເງື່ອນ​ໄຂ​ເຊື່ອມ​ຕໍ່​ບັນ​ດາ​ສູນ​ເສດ​ຖະ​ກິດ​ພາກ​ເໜືອ - ảnh 1ພິທີເປີດສະຫຼອງໂຄງການກໍ່ສ້າງເສັ້ນທາງດ່ວນຕອນ ກາວໂບ່ - ມາຍເຊີນ (ພາບ: VOV)

ຕອນເຊົ້າວັນທີ 4 ກຸມພາ, ຢູ່ ນິງບິ່ງ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເປີດສະຫຼອງໂຄງການກໍ່ສ້າງເສັ້ນທາງດ່ວນຕອນ ກາວໂບ່ - ມາຍເຊີນ ຂຶ້ນກັບໂຄງການກໍ່ສ້າງບາງຕອນຂອງເສັ້ນທາງດ່ວນເໜືອ - ໃຕ້ ທາງທິດຕາເວັນອອກ ໄລຍະ 2017 – 2020, ໂດຍກະຊວງຄົມມະນາຄົມຂົນສົ່ງສົມທົບກັບແຂວງ ນິງບິ່ງ, ນາມດິ້ງ ຈັດຂຶ້ນ.

        ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ ການນຳໂຄງການເສັ້ນທາງດ່ວນຄຕອນ ກາວໂບ່ - ມາຍເຊີນ ເຂົ້າໃຊ້ງານນີ້ ຈະສ້າງເງື່ອນໄຂເຊື່ອມຕໍ່ບັນດາສູນເສດຖະກິດທາງພາກເໜືອ, ບັນດາເຂດເສດຖະກິດຈຸດສຸມທາງພາກໃຕ້, ເຊື່ອມຕໍ່ໂຄງລ່າງເສດຖະກິດທາງອາກາດ, ທ່າກ່ຳປັ່ນທະເລຢ່າງລຸລ່ວງ, ພິເສດແມ່ນຫຼຸດໄລຍະຫ່າງຈາກແຂວງ ນິງບິ່ງ ຫາ ແທັງຮວ໊າ. ດ້ວຍບົດບາດດັ່ງກ່າວ, ເສັ້ນທາງດ່ວນຕອນ ກາວໂບ່ - ມາຍເຊີນ ຈະເປັນແປ້ນຢັນເພື່ອໃຫ້ບັນດາແຂວງນິງບິ່ງ, ນາມດິ້ງພັດທະນາເສດຖະກິດ  - ສັງຄົມ, ດຶງດູດເງິນລົງທຶນ ແລະ ປະກອບສ່ວນເຂົ້າໃນການຂຸດຄົ້ນກຳລັງຄວາມສາມາດບົ່ມຊ້ອນ ແລະ ທ່າແຮງຂອງທ້ອງຖິ່ນຕ່າງໆ.

ຕອບກັບ

ຂ່າວ/ບົດ​ອື່ນ