ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົ​ວ​ພັນ ອາ​ຊຽນ - ຍີ່​ປຸ່ນ

(VOVWORLD) - ຕອນເຊົ້າວັນທີ 17 ທັນວາ, ຢູ່ນະຄອນຫຼວງ ໂຕກຽວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບການນຳບັນດາປະເທດ ອາຊຽນ ແລະ ຍີ່ປຸ່ນ ເຂົ້າຮ່ວມກອງປະຊຸມສຸດຍອດ ສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນ  ອາຊຽນ - ຍີ່ປຸ່ນ ຄົບຮອບ 50 ປີ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົ​ວ​ພັນ ອາ​ຊຽນ - ຍີ່​ປຸ່ນ - ảnh 1ການນຳບັນດາປະເທດເຂົ້າຮ່ວມກອງປະຊຸມ (ພາບ: VGP)

ທີ່ກອງປະຊຸມ, ການນຳສອງຝ່າຍໄດ້ສຳຫຼວດຄືນວິວັດທະນາການຮ່ວມມື, ຕີລາຄາສູງບັນດາຜົນງານ ແລະ ການປະກອບສ່ວນຂອງການພົວພັນ ອາຊຽນ - ຍີ່ປຸ່ນ ເຂົ້າໃນການພັດທະນາຂອງແຕ່ລະຝ່າຍ, ກໍຄືປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ ແລະ ພັດທະນາຂອງພາກພື້ນ. ບົນພື້ນຖານນັ້ນ, ສອງຝ່າຍໄດ້ແລກປ່ຽນ, ວາງອອກທິດທາງການຮ່ວມມືໃນໄລຍະຈະມາເຖິງ, ນຳການພົວພັນພັດທະນາຢ່າງແທດຈິງ, ມີປະສິດທິຜົນກວ່າ, ສົມກັບຂອບຂະໜາດຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານສ້າງຕັ້ງໃໝ່, ນຳມາເຊິ່ງຜົນປະໂຫຍດແທດຈິງໃຫ້ແກ່ປະຊາຊົນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ​ສະ​ເຫຼີມ​ສະຫຼອງ 50 ປີ ແຫ່ງວັນ​ສ້າງ​ຕັ້ງ​ສາຍ​ພົ​ວ​ພັນ ອາ​ຊຽນ - ຍີ່​ປຸ່ນ - ảnh 2ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ທີ່ກອງປະຊຸມ (ພາບ: VGP)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ອາຊຽນ - ຍີ່ປຸ່ນ ແມ່ນໜຶ່ງໃນບັນດາສາຍພົວພັນຄູ່ຮ່ວມມືທີ່ປະສົບຜົນສຳເລັດທີ່ສຸດຂອງ ອາຊຽນ; ພ້ອມທັງເນັ້ນໜັກວ່າ ໃນສະພາບການໂລກ ແລະ ພາກພື້ນປະເຊີນໜ້າກັບສິ່ງທ້າທາຍນາໆປະທານ ແບບບໍ່ເຄີຍມີມາກ່ອນນັ້ນ, ສອງຝ່າຍຕ້ອງເພີ່ມທະວີການຮ່ວມມື, ສູ້ຊົນນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ອາຊຽນ - ຍີ່ປຸ່ນ ກາຍເປັນສັນຍາລັກແຫ່ງຄວາມສາມັກຄີ ແລະ ການຮ່ວມມືສາກົນ. ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ກໍສະເໜີບາງທິດທາງພັດທະນາການພົວພັນ ອາຊຽນ - ຍີ່ປຸ່ນ ໃນໄລຍະຈະມາເຖິງ, ພ້ອມທັງປາດຖະໜາວ່າ ຍີ່ປຸ່ນ ຈະສືບຕໍ່ສະແດງທັດສະນະ ແລະ ມີການກະທຳສະໜັບສະໜູນຫຼັກໝັ້ນລວມຂອງ ອາຊຽນ ກ່ຽວກັບທະເລຕາເວັນອອກຢ່າງແຮງກວ່າອີກ.

ສິ້ນສຸດກອງປະຊຸມ, ບັນດາການນຳໄດ້ຮັບຮອງເອົາ “ຖະແຫຼງການວິໄສທັດກ່ຽວກັບການພົວພັນມິດຕະພາບ ແລະ ຮ່ວມມື ອາຊຽນ - ຍີ່ປຸ່ນ: ຄູ່ຮ່ວມມືທີ່ໄວ້ເນື້ອເຊື່ອໃຈ” ແລະ “ແຜນການຜັນຂະຫຍາຍຖະແຫຼງການວິໄສທັດ”, ເປັນພື້ນຖານເພື່ອຜັນຂະຫຍາຍສາຍພົວພັນຄູ່ຮ່ວມມືຍຸດທະສາດຮອດດ້ານ ອາຊຽນ - ຍີ່ປຸ່ນ ໃນໄລຍະຈະມາເຖິງ.

ຫວູຄວຽນ

ຕອບກັບ

ຂ່າວ/ບົດ​ອື່ນ