ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຕີ​ລາ​ຄາ​ສະ​ພາບ​ການ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ

(VOVWORLD) - ລັດຖະບານ, ນາຍົກລັດຖະມົນຕີ ໄດ້ຊີ້ນຳຢ່າງຂ້ຽວຊາດ, ພ້ອມກັບທ້ອງຖິ່ນ, ວິສາຫະກິດເພື່ອແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ຕະຫຼາດອະສັງຫາລິມະຊັບ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ຕີ​ລາ​ຄາ​ສະ​ພາບ​ການ, ແກ້​ໄຂ​ຄວາມ​ຫຍຸ້ງ​ຍາກ​ໃຫ້​ຕະຫຼາດ​ອະ​ສັງ​ຫາ​ລິ​ມະ​ຊັບ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ຕອນບ່າຍວັນທີ 03 ສິງຫາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທາງໄກຕີລາຄາໝາກຜົນແຫ່ງການປະຕິບັດມະຕິເລກທີ 33 ຂອງ ລັດຖະບານ ແລະ ສະເໜີຕ້ອງມີບັນດາມາດຕະການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຄັດໃຫ້ແກ່ຕະຫຼາດອະສັງຫາລິມະຊັບ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ຂົງເຂດອະສັງຫາລິມະຊັບ ແມ່ນໜຶ່ງໃນບັນດາເສົາຄ້ຳຂອງພື້ນຖານເສດຖະກິດ. ລັດຖະບານ, ນາຍົກລັດຖະມົນຕີ ໄດ້ຊີ້ນຳຢ່າງຂ້ຽວຊາດ, ພ້ອມກັບທ້ອງຖິ່ນ, ວິສາຫະກິດເພື່ອແກ້ໄຂຄວາມຫຍຸ້ງຍາກ ໃຫ້ແກ່ຕະຫຼາດອະສັງຫາລິມະຊັບ. ທ່ານນາຍົກລັດຖະມົນຕີ ມອບໃຫ້ກະຊວງກໍ່ສ້າງ ສືບຕໍ່ຄົ້ນຄວ້າ, ສຳເລັດການປະກອບສຳເນົາເອກະສານກ່ຽວກັບການສ້າງກົດໝາຍວ່າດ້ວຍເຮືອນຢູ່ (ສະບັບປັບປຸງ), ກົດໝາຍວ່າດ້ວຍການດຳເນີນທຸລະກິດຂົງເຂດອະສັງຫາລິມະຊັບ (ສະບັບປັບປຸງ) ເພື່ອລາຍງານຕໍ່ລັດຖະບານ, ຍື່ນສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາຮັບຮອງເອົາໃນກອງປະຊຸມສະໄໝສາມັນເທື່ອທີ 6 ເຊິ່ງຈະຈັດຂຶ້ນໃນເດືອນ ຕຸລາ ຈະມາເຖິງ, ຮັບປະກັນລັກສະນະຄົບຊຸດ, ເປັນເອກະພາບ, ຄວາມເປັນໄປໄດ້ຂອງລະບົບກົດໝາຍ.

ຕອບກັບ

ຂ່າວ/ບົດ​ອື່ນ