ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ຮູບ​ວິ​ສາ​ຫະ​ກິດ ລາວ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ລາວ ສະເຫຼີມໄຊ ກົມມະສິດ ຕີລາຄາສູງບັນດາບົດຮຽນປະສົບການຈາກຫວຽດນາມ, ພິເສດແມ່ນໃນຂົງເຂດຄຸ້ມຄອງ, ພັດທະນາລັດວິສາຫະກິດ, ຮູບແບບຄຸ້ມຄອງໃໝ່, ປາດຖະໜາຢາກຮ່ຳຮຽນເພື່ອມຸ່ງໄປເຖິງການສ້າງເສດຖະກິດລາວ ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ຍືນຍົງ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ຫົວ​ໜ້າ​ຄະ​ນະ​ປະ​ຕິ​ຮູບ​ວິ​ສາ​ຫະ​ກິດ ລາວ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ລາວ (ພາບ: VOV)

ຕອນບ່າຍວັນທີ 13 ສິງຫາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນ ຄະນະປະຕິຮູບລັດວິສາຫະກິດລາວ ໂດຍທ່ານ ສະເຫຼີມໄຊ ກົມມະສິດ, ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ ລາວ, ຫົວໜ້າຄະນະປະຕິຮູບລັດວິສາຫະກິດລາວ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ ຫວຽດນາມ ພ້ອມແລ້ວທີ່ຈະແລກປ່ຽນບົດຮຽນປະສົບການ ກ່ຽວກັບການປະຕິຮູບ, ສ້າງໂຄງປະກອບລັດວິທະສາກິດຄືນໃໝ່, ແນະນຳລະບົບເອກະສານນິຕິກຳ ແລະ ຂັ້ນຕອນການຄຸ້ມຄອງ, ວິທີການລະດົມທຶນ ແລະ ຄຸ້ມຄອງການລົງທຶນ, ທ່ານສະເໜີສອງຝ່າຍສ້າງກົນໄກແລກປ່ຽນເປັນປະຈຳລະຫວ່າງບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ, ເປັນຕົ້ນແມ່ນການແລກປ່ຽນບົດຮຽນປະສົບການຕົວຈິງຢູ່ບັນດາກຸ່ມບໍລິສັດໃຫຍ່, ກຸ່ມບໍລິສັດແຫ່ງລັດຂອງ ຫວຽດນາມ. ຜ່ານນັ້ນ ກໍ່ຊ່ວຍໝູນໃຊ້ເຂົ້າສະພາບຕົວຈິງຢູ່ລາວຢ່າງເໝາະສົມ. ສ່ວນທ່ານຮອງນາຍົກລັດຖະມົນຕີ ລາວ ສະເຫຼີມໄຊ ກົມມະສິດ ຕີລາຄາສູງບັນດາບົດຮຽນປະສົບການຈາກຫວຽດນາມ, ພິເສດແມ່ນໃນຂົງເຂດຄຸ້ມຄອງ, ພັດທະນາລັດວິສາຫະກິດ, ຮູບແບບຄຸ້ມຄອງໃໝ່, ປາດຖະໜາຢາກຮ່ຳຮຽນເພື່ອມຸ່ງໄປເຖິງການສ້າງເສດຖະກິດລາວ ມີການເຄື່ອນໄຫວຢ່າງມີປະສິດທິຜົນ, ຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ