ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ປ່ຽນແປງໃໝ່ຈິນຕະນາການສ້າງກົດໝາຍຈາກການສຸມໃສ່ຄຸ້ມຄອງໄປສູ່ການສ້າງສັນ ແລະ ຮັບໃຊ້

(VOVWORLD) - ໃນປີຜ່ານມາ, ລັດຖະບານ ໄດ້ສ້າງກົດໝາຍ ແລະ ມະຕິຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາ 99 ສະບັບ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ: ປ່ຽນແປງໃໝ່ຈິນຕະນາການສ້າງກົດໝາຍຈາກການສຸມໃສ່ຄຸ້ມຄອງໄປສູ່ການສ້າງສັນ ແລະ ຮັບໃຊ້ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ)

ຕອນບ່າຍວັນທີ 17 ມັງກອນ, ຢູ່ສຳນັກງານລັດຖະບານ, ທີ່ ຮ່າໂນ້ຍ, ທ່ານ ຟ້າມມິນຈິງ, ນາຍົກລັດຖະມົນຕີ ຫວຽດນາມ ໄດ້ເປັນປະທານວາລະຊຸມເທື່ອທີ 7 ຄະນະຊີ້ນຳຂອງລັດຖະບານກ່ຽວກັບການກວດກາຄືນ ແລະ ຈັດການປະຕິບັດການແກ້ໄຂຂໍ້ຕິດຂັດໃນລະບົບກົດໝາຍ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ ໃນປີຜ່ານມາ, ລັດຖະບານ ໄດ້ສ້າງກົດໝາຍ ແລະ ມະຕິຍື່ນສະເໜີຕໍ່ສະພາແຫ່ງຊາດຮັບຮອງເອົາ 99 ສະບັບ; ລັກສະນະໂປ່ງໃສ, ກະຈ່າງແຈ້ງໃນການສ້າງກົດໝາຍໄດ້ຮັບການຍົກສູງຂຶ້ນ: ເພີ່ມທະວີການຮັບເອົາຄຳເຫັນຂອງປະຊາຊົນ, ວິສາຫະກິດ… ໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຮຽກຮ້ອງວ່າ:

“ບຸກທະລຸລະບອບລະບຽບການແມ່ນຕ້ອງຫັນປ່ຽນສະພາບຈາກ “ຈຸດອຸດຕັນ” ຂອງ “ຈຸດອຸດຕັນ” ໄປສູ່ທ່າແຮງແກ່ງແຍ້ງແຫ່ງຊາດໄດ້. ຕ້ອງຫັນປ່ຽນແປງສະພາບການໃນການລະດົມແຫຼ່ງກຳລັງຈາກປະຊາຊົນ, ຈາກວິສາຫະກິດ, ສັງຄົມ… ຮັບໃຊ້ການເຕີບໂຕ 2 ຕົວເລກ. ປ່ຽນແປງໃໝ່ຈິນຕະນາການສ້າງກົດໝາຍ ຈາກການສຸມໃສ່ຄຸ້ມຄອງໄປສູ່ການສ້າງສັນ ແລະ ຮັບໃຊ້. ຈິດໃຈແມ່ນຕ້ອງຈັດແບ່ງຂັ້ນ, ຈັດແບ່ງສິດຢ່າງສູງສຸດ, ມອບວຽກງານໃຫ້ຜູ້ເຮັດດີທີ່ສຸດ”.

ຕອບກັບ

ຂ່າວ/ບົດ​ອື່ນ