ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ເຮັດວຽກກັບກະຊວງສຶກສາ ແລະ ບຳລຸງສ້າງ

(VOVWORLD) -ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຂະແໜງການສຶກສາ ແລະ ບຳລຸງສ້າງຕ້ອງສົມທົບກັບບັນດາອົງການທີ່ກ່ຽວຂ້ອງຜັນຂະຫຍາຍວຽກງານປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ ແລະ ມີປະສິດທິຜົນ
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ເຮັດວຽກກັບກະຊວງສຶກສາ ແລະ ບຳລຸງສ້າງ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ
(ພາບ: VGP)

ວັນທີ 06 ພຶດສະພາ, ທີ່ການເຮັດວຽກກັບກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ກ່ຽວກັບບັນດາບັນຫາທີ່ຍັງຄົງຄ້າງ, ຮີບດ່ວນຕ້ອງໄດ້ຮັບການແກ້ໄຂ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິ໊ງ ຢືນຢັນວ່າ, ແຫຼ່ງກຳລັງມະນຸດແມ່ນສຳຄັນທີ່ສຸດ, ມີລັກສະນະຕັດສິນຕໍ່ກັບພາລະກິດສ້າງສາ ແລະ ພັດທະນາປະເທດຊາດ.

        ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ຂະແໜງການສຶກສາ ແລະ ບຳລຸງສ້າງຕ້ອງສົມທົບກັບບັນດາອົງການທີ່ກ່ຽວຂ້ອງຜັນຂະຫຍາຍວຽກງານປ້ອງກັນ, ຕ້ານໂລກລະບາດຢ່າງເຂັ້ມງວດ ແລະ ມີປະສິດທິຜົນ, ຮັບປະກັນຄວາມປອດໄພດ້ານສຸຂະພາບໃຫ້ແກ່ນັກຮຽນ, ນັກສຶກສາ, ຄູອາຈານ, ພ້ອມກັນນັ້ນກໍ່ຕ້ອງມີບັນດາມາດຕະການແກ້ໄຂເພື່ອປະຕິບັດການຮຽນການສອນໃນສົກຮຽນໃຫ້ສຳເລັດ, ຈັດຕັ້ງບັ້ນສອບເສັງລະດັບມັດທະຍົມສົມບູນແຫ່ງຊາດໃນໄລຍະຈະມາເຖິງໃຫ້ບັນລຸຜົນສຳເລັດ.

        ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ກະຊວງຈົ່ງສຸມໃສ່ບັນດາໜ້າທີ່ຈຸດສຸມຂອງການຄຸ້ມຄອງລັດແມ່ນ ສ້າງຍຸດທະສາດ, ການວາງແຜນການ; ພ້ອມກັບໜ້າທີ່ສິດສອນ, ຂະແໜງການສຶກສາ ແລະ ບຳລຸງສ້າງຄວນສຸມໃສ່ຍູ້ແຮງການຄົ້ນຄວ້າວິທະຍາສາດຢູ່ບັນດາມະຫາວິທະຍາໄລ.

ຕອບກັບ

ຂ່າວ/ບົດ​ອື່ນ