ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ ແລະ ​ທ່ານນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ Jacinda Ardern ເຂົ້າ​ຮ່ວມພິ​ທີ​ເຊັນ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື ແລະ ພົບ​ປະ​ກັບ​ນັກ​ຂ່າວ

(VOVWORLD) - ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ແລະ ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ໄດ້ດຳເນີນການພົບປະເຈລະຈາດ້ວຍຜົນສຳເລັດອັນດີງາມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິນ​ຈິງ ແລະ ​ທ່ານນາງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ນິວ​ຊີ​ແລນ Jacinda Ardern ເຂົ້າ​ຮ່ວມພິ​ທີ​ເຊັນ​ບັນ​ດາ​ເອ​ກະ​ສານ​ຮ່ວມ​ມື ແລະ ພົບ​ປະ​ກັບ​ນັກ​ຂ່າວ - ảnh 1


 ການພົບປະເຈລະຈາລະຫວ່າງສອງຝ່າຍ (ພາບ: VOV)

   ຕອນບ່າຍວັນ 14 ພະຈິກ, ຢູ່ຮ່າໂນ້ຍ,  ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຂອງທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ແລະ ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ໄດ້ເຂົ້າຮ່ວມພິທີເຊັນບັນດາເອກະສານຮ່ວມມືລະຫວ່າງບັນດາກະຊວງ, ຂະແໜງການສອງປະເທດ.

  ກ່ອນໜ້ານັ້ນ, ນາຍົກລັດຖະມົນຕີສອງທ່ານໄດ້ດຳເນີນການພົບປະເຈລະຈາ, ທີ່ການພົບປະກັນນັກຂ່າວ ປະກາດກ່ຽວກັບໝາກຜົນການພົບປະເຈລະຈາ,  ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ ທ່ານ ແລະ ທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ໄດ້ດຳເນີນການພົບປະເຈລະຈາດ້ວຍຜົນສຳເລັດອັນດີງາມ. ສອງຝ່າຍໄດ້ວາງອອກບັນດາທິດທາງ ເພື່ອນຳສາຍພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ-ນິວຊີແລນ ສືບຕໍ່ພັດທະນາຢ່າງແຮງ, ເລິກເຊິ່ງກ່ວາອີກໃນໄລຍະຈະມາເຖິງ, ເພື່ອຜົນປະໂຫຍດຂອງແຕ່ລະປະເທດ, ປະກອບສວ່ນເຂົ້າໃນສັນຕິພາບ, ວັດຖະນາຖາວອນ, ການຮ່ວມມື ແລະ ພັດທະນາຢູ່ອາຊີ-ປາຊີຟິກ. ສອງຝ່າຍເຫັນດີເປັນເອກະສັນ ຈະເພີ່ມທະວີການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະ ທຸກຂັ້ນ; ຊຸກຍູ້ການພົບປະແລກປ່ຽນ ປຊຊ ແລະ ການຮ່ວມມືທ້ອງຖິ່ນ ພ້ອມທັງຜັນຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍທີ່ມີຢູ່ແລ້ວໃຫ້ບັນລຸປະສິດທິຜົນ. ສອງປະເທດສູ້ຊົນນຳວົງເງິນການຄ້າສອງສົ້ນຂຶ້ນລະດັບ 2 ຕື້ USD ໃນປີ 2024.

  ສ່ວນທ່ານນາງນາຍົກລັດຖະມົນຕີ ນິວຊີແລນ Jacinda Ardern ໃຫ້ຮູ້ວ່າ ຫວຽດນາມ ແລະ ນິວຊີແລນ ຈະຊຸກຍູ້ການພົວພັນໃນຂົງເຂດການເມືອງ, ການທູດ, ປ້ອງກັນຄວາມສະຫົງບ, ການຄ້າ, ການລົງທຶນ….ນິວຊີແລນ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ໃນການພັດທະນາກະສິກຳເປັນມິດກັບສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ, ປະກອບສ່ວນຫລຸດຜ່ອນອາຍເສຍ.

ຕອບກັບ

ຂ່າວ/ບົດ​ອື່ນ