ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ ມາ​ຮອດ​ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

(VOVWORLD) - ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ມາເລເຊຍ ໄດ້ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 20 - 21 ກໍລະກົດ.
 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ມາ​ເລ​ເຊຍ ມາ​ຮອດ​ ຮ່າ​ໂນ້ຍ, ເລີ່ມ​ຕົ້ນ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ - ảnh 1ທ່ານລັດຖະມົນຕີກະຊວງວັດທະນະທຳ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ຫວຽນວັນຮຸ່ງ ຕ້ອນຮັບ ທ່ານນາຍົກລັດຖະມົນຕີ ມາເລເຊຍ  Anwar Ibrahim ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ຢູ່ສະໜາມບິນ ສາກົນ ໂນ້ຍບາຍ (ພາບ:TTXVN)

ຕອນສວາຍວັນທີ 20 ກໍລະກົດ, ທ່ານນາຍົກລັດຖະມົນຕີ ມາເລເຊຍ Anwar Ibrahim ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນ ມາເລເຊຍ ໄດ້ມາຮອດ ຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 20 - 21 ກໍລະກົດ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທຳອິດຂອງທ່ານນາຍົກລັດຖະມົນຕີ Anwar Ibrahim ນັບແຕ່ເມື່ອຮັບດຳລົງຕຳແໜ່ງໃນເດືອນທັນວາ 2022. ການຢ້ຽມຢາມ ຖືກດຳເນີນໃນສະພາບການພົວພັນລະຫວ່າງສອງປະເທດພັດທະນາຢ່າງດີງາມ. ສອງຝ່າຍໄດ້ຍົກສູງການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດໃນປີ 2015 ແລະ ເນື່ອງໃນໂອກາດສອງປະເທດສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ຄົບຮອບ 50 ປີ (30/3/1973-30/3/2023).

ຕອບກັບ

ຂ່າວ/ບົດ​ອື່ນ