ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ລົງ​ທຶນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສັງ​ຄົມ​ແມ່ນ​ການ​ລົງ​ທຶນ​ໃຫ້​ແກ່​ການ​ພັດ​ທະ​ນາ

(VOVWORLD) - ຕອນເຊົ້າວັນທີ 24 ມີນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມສະຫຼຸບກ່ຽວກັບການປະຕິບັດມະຕິຂອງກອງປະຊຸມຄັ້ງທີ 5 ຄະນະບໍລິຫານງານສູນກາງພັກ ຊຸດທີ XI ບາງບັນຫານະໂຍບາຍສັງຄົມໄລຍະ 2012 – 2020. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ: ລົງ​ທຶນ​ປະ​ຕິ​ບັດ​ນະ​ໂຍ​ບາຍ​ສັງ​ຄົມ​ແມ່ນ​ການ​ລົງ​ທຶນ​ໃຫ້​ແກ່​ການ​ພັດ​ທະ​ນາ - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຕ້ອງລົບລ້າງຄວາມທຸກຍາກ, ຄວາມອຶດຫິວ ໃຫ້ແກ່ທຸກຄົນຢູ່ທຸກແຫ່ງໃນທຸກເວລາຢ່າງສິ້ນເຊິງ, ສຸມໃສ່ແກ້ໄຂກຸ່ມຄົນປະສົບກັບຄວາມທຸກຍາກທີ່ສຸດ, ເຂດປະສົບກັບຄວາມທຸກຍາກກ່ວາໝູ່. ພິເສດ, ໃນໄລຍະປະສົມກັບຄວາມຫຍຸ້ງຍາກຈາກ Covid – 19 ຄືໃນປັດຈຸບັນ, ຕ້ອງຄິດເຖິງບ້ວງເງິນໜູນຊ່ວຍແຫ່ງຊາດກ່ຽວກັບການຮັບປະກັນຊີວິດສັງຄົມ, ພິເສດສຳລັບຜູ້ອອກແຮງງານ. ທ່ານນາຍົກລັດຖະມົນຕີເນັ້ນໜັກວ່າ ການພັດທະນາເສດຖະກິດຕ້ອງໄປຄຽງຄູ່ກັບການແກ້ໄຂບັນດາບັນຫາສັງຄົມ, ທ່ານນາຍົກລັດຖະມົນຕີຍົກໃຫ້ເຫັນທັດສະນະຢ່າງຈະແຈ້ງວ່າ ມະນຸດເປັນໃຈກາງຂອງວິວັດການພັດທະນາ, ຮັບປະກັນນະໂຍບາຍສັງຄົມຕ້ອງໄດ້ຮັບການສ້າງ ແລະ ຜັນຂະຫຍາຍປະຕິບັດຢ່າງກົມກຽວກັບການພັດທະນາເສດຖະກິດ. ການລົງທຶນປະຕິບັດນະໂຍບາຍສັງຄົມແມ່ນການລົງທຶນໃຫ້ແກ່ການພັດທະນາ.

ນະໂຍບາຍສັງຄົມຕ້ອງໄດ້ຮັບປະກັນການພັດທະນາແບບກວມລວມ, ຮອບດ້ານ, ພິເສດຕ້ອງຍົກສູງຄຸນນະພາບການພັດທະນາມະນຸດ, ສ້າງວຽກເຮັດງານທຳໃຫ້ທຸກຄົນ ແລະ ວຽກດີໃຫ້ແກ່ທຸກຄົນ. ໃນການປະຕິວັດ 4.0 ແລະ ສະພາບການໃນປັດຈຸບັນ, ທ່ານນາຍົກລັດຖະມົນຕີຖືວ່າ ຕ້ອງຕັ້ງຂຶ້ນບັນຫາການບຳລຸງສ້າງ, ນຳໃຊ້ແຫຼ່ງຊັບພະຍາກອນມະນຸດທີ່ມີທັກສະ, ຄຸນນະພາບສູງຢ່າງມີປະສິດທິຜົນ, ພັດທະນາຕະຫຼາດແຮງງານຢ່າງປອດໃສ, ຄົບຊຸດ, ທັນສະໄໝ ແລະ ເຊື່ອມໂຍງ.

ຕອບກັບ

ຂ່າວ/ບົດ​ອື່ນ