ທ່ານນາຍົກລັດຖະມົນຕີ ສິ້ນສຸດການເຂົ້າຮ່ວມກອງປະຊຸມເວທີປາໄສເສດຖະກິດໂລກ​ກ່ຽວ​ກັບ​ອາຊີ

ທ່ານນາຍົກລັດຖະມົນຕີ ສິ້ນສຸດການເຂົ້າຮ່ວມກອງປະຊຸມເວທີປາໄສເສດຖະກິດໂລກ​ກ່ຽວ​ກັບ​ອາຊີ - ảnh 1
ກອງ​ປະຊຸມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ
ຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບາງກອກ
(ພາບ: chinhphu.)


(vovworld) - ຕອນ​ເຊົ້າ​ວັນ​ທີ 1/6, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ພ້ອມ​ກັບ​ຄະນະ​ຜູ້​ແທນ​ຫວຽດນາມ​ໄດ້​ກັບ​ມາ​ຮອດ​ຮ່າ​ໂນ້ຍ. ສິ້ນ​ສຸດ​ການ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ ​ເຊິ່ງຈັດ​ຂຶ້ນ​ຢູ່​ນະຄອນຫຼວງ​ບາງກອກ, ປະ​ເທດ​ໄທ ຢ່າງ​ຈົບງາມ. ​​ເວທີ​ປາ​ໄສ​ເສດຖະກິດ​ໂລກ​ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ ​ເພື່ອ​ແນ​ໃສ່​ໂຄສະນາ​ທີ່​ຕັ້ງ ກໍ່​ຄື​ພາບ​ພົດ​ຂອງ ອາຊີ​ຕາ​ເວັນ​ອອກ, ​ເຊິ່ງ​ແມ່ນ​ພາກ​ພື້ນ​ທີ່​ພັດທະນາ​ຂະຫຍັນ​ຂັນ​ເຂື່ອນ ​ແລະ ​ແມ່ນ​ກຳລັງ​ໜູນ​ຂອງ​ການ​ພັດທະນາ​ຟື້ນ​ຟູ​ເສດຖະກິດ​ໂລກ. ເນື້ອ​​ໃນ​ຕົ້ນ​ຕໍຂອງ​​ເວທີ​ປາ​ໄສ ​ແມ່ນ​ພັດທະນາ​ອະນາຄົດ​ຂອງ​ພາກ​ພື້ນ​ຜ່ານ​ການ​ເຊື່ອມ​ຕໍ່. ​ໃນ​ການ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ຫວຽດນາມ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ Pham Quang Vinh ​ໄດ້​ຕີ​ລາຄາ​ສູງ​ຄວາມ​ໝາຍ​ຂອງເວທີ​ປາ​ໄສ​ເສດຖະກິດ​ໂລກ​ກ່ຽວ​ກັບ​ອາຊີ​ຕາ​ເວັນ​ອອກ ​ແລະ ການ​ປະກອບສ່ວນ​ຂອງຄະນະ​ຜູ້​ແທນຫວຽດນາມ.

        ”ທີ່​ກອງ​ປະຊຸມ, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຕີ​ລາຄາ, ​ແບ່ງປັນ​ບົດຮຽນ ​ແລະ ບັນດາ​ຂໍ້​ສະ​ເໜີ​ທີ່​ສຳຄັນ. ທີ​ໜຶ່ງ​ແມ່ນ​ຄວນ​ຊຸກຍູ້​ບັນດາ​ຂອບ​ເຂດ​ຮ່ວມ​ມື​ໃນ​ພາກ​ພື້ນ. ທີ​ສອງ​, ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung ກໍ່​ໄດ້​ເນັ້ນ​ໜັກ​ເຖິງ​ການ​ຮັບປະກັນ​ໃຫ້​ການພັດທະນາມີລະດັບ​ເຕີບ​ໂຕຢ່າງ​ໝັ້ນຄົງ. ທີ​ສາມ​ແມ່ນ, ການ​ສົມທົບ​ນະ​ໂຍບາຍ​ເພື່ອ​ຮັບ​ມື​ກັບ​ການ​ທ້າ​ທາຍ​ຫຼາ​ຍຢ່າງ​ທີ່​ພວມ​ວາງ​ອອກ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ. ທີ​ສີ່​ແມ່ນ, ພາກ​ພື້ນ​ຕ້ອງການ​ມີ​ສະພາບ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ພັດທະນາ. ທ່ານ​ນາຍົກລັດຖະມົນຕີກໍ່​ເນັ້ນ​ໜັກ​ວ່າ, ສັນຕິພາບ ​ແລະ ການຮັບປະກັນຄວາມ​ໝັ້ນຄົງ​ຢູ່​ພາກ​ພື້ນ, ​ໃນ​ນັ້ນ​ມີ​ທະ​ເລ​ຕາ​ເວັນ​ອອກ​ແມ່ນມີ​ຄວາມ​ສຳຄັນ​ທີ່​ສຸດ​ໃນ​ການ​ພັດທະນາ​ແລະ ​ເຊື່ອມ​ຕໍ່​ຂອງ​ພາກ​ພື້ນ”.

ຂ່າວ/ບົດ​ອື່ນ