ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທູດພິເສດຂອງນາຍົກລັດຖະມົນຕີ ອົດສະຕາລີ

(VOVWORLD) - ທີ່ການຕ້ອນຮັບທູດພິເສດຂອງນາຍົກລັດຖະມົນຕີ ອົດສະຕາລີ ໃນຕອນຄ່ຳວັນທີ 27 ມິ ຖຸນາ ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ສະແດງຄວາມເພິ່ງພໍໃຈກ່ຽວກັບການພົວພັນຄູ່ຮ່ວມມືຮອບດ້ານທີ່ໄດ້ຮັບການເພີ່ມທະວີລະຫວ່າງ ຫວຽດນາມ ແລະ ອົດສະຕາລີ 
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທູດພິເສດຂອງນາຍົກລັດຖະມົນຕີ ອົດສະຕາລີ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບທູດພິເສດຂອງນາຍົກລັດຖະມົນຕີ ອົດສະຕາລີ

ພວມພັດທະນາແຂງແຮງ, 2 ຝ່າຍພວມກາຍເປັນຄູ່ຮ່ວມມືສຳຄັນຂອງກັນໃນຫລາຍຂົງເຂດ. ທ່ານນາຍົກລັດຖະມົນຕີຢືນຢັນວ່າ ຫວຽດນາມ ປາດຖະໜາຢາກນຳການພົວພັນ 2 ປະເທດຂຶ້ນສູ່ລະດັບສູງໃໝ່. ທ່ານນາຍົກລັດຖະມົນຕີກໍ່ຕີລາຄາສູງແຫຼ່ງເງິນອຸປະຖຳ ODA ຂອງ ອົດສະຕາລີ ທີ່ສະຫງວນໃຫ້ ຫວຽດນາມ, ປະກອບສ່ວນໜູນຊ່ວຍເສດຖະກິດ, ລົບລ້າງຄວາມອຶດຫິວຫລຸດຜ່ອນຄວາມທຸກຍາກ…ທ່ານນາຍົກລັດຖະມົນຕີກໍ່ປາດຖະໜາວ່າ ບັນດາວິສາຫະກິດ ອົດສະຕາລີ ເອົາໃຈໃສ່ເຖິງ ຫວຽດນາມ ກ່ວາອີກ, ລົງທຶນເຂົ້າບັນດາຂົງເຂດທີ່ມີທ່າແຮງຂອງ 2 ຝ່າຍຄື: ຜະລິດກະສິກຳເຕັກໂນໂລຊີສູງ, ພັດທະນາການລ້ຽງສັດ…ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະໜາຢາກຝ່າຍ ອົດສະຕາລີ ສ້າງເງື່ອນໄຂສະດວກ ເພື່ອໃຫ້ພົນລະເມືອງ ຫວຽດນາມ ໄປຍັງ ອົດສະຕາລີ ອອກແຮງງານ, ພັກຜອນບຳລຸງສຸຂະພາບ, ພ້ອມທັງເປີດກ້ວາງ ແລະ ເພີ່ມຈຳນວນແຮງງານ.

ຕອບກັບ

ຂ່າວ/ບົດ​ອື່ນ