ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ

(VOVWORLD) -ຕອນບ່າຍ ວັນທີ 26 ທັນວາ, ຢູ່ ສຳນັກງານລັດຖະບານ, ທີການພົບປະກັບຄະນະຜູ້ແທນສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ, ທ່ານຫງວຽນຊວັນຟຸກນາຍົກລັດຖະມົນຕີ ຖືວ່າ ລັດຖະບານກໍ່ຈະມີກົນໄກສະດວກກວ່າໃຫ້ແກ່ບັນດາວິສາຫະກິດຂະໜາດກາງ  ແລະ ນ້ອຍ, ໃນປະຈຸບັນກວມເອົາ 90% ຈຳນວນວິສາຫະກິດຢູ່ ຫວຽດນາມ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບສະຫະສະມາຄົມວິສາຫະກິດຂະໜາດກາງ ແລະ ນ້ອຍ ຫວຽດນາມ (ພາບ: TTXVN) 

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າການພົບປະບໍ່ພຽງແຕ່ເພື່ອລະດົມກຳລັງໃຈເທົ່ານັ້ນແຕ່ຍັງເປັນການແກ້ໄຂບັນດາຂໍ້ຄົງຄ້າງ, ຄວາມຫຍຸ້ງຍາກ, ແກ້ໄຂບັນດາຂໍ້ສະເໜີແນະໄດ້ຢ່າງທັນການເພື່ອໃຫ້ວິສາຫະກິດຂະໜາດກາງ ແລະ ນ້ອຍ ກ້າວເດີນໄປພ້ອມກັບປະເທດຊາດ, ປະກອບສ່ວນໃຫ້ແກ່ການພັດທະນາປະເທດ.  ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຫວັງວ່າບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍຈະມີການເຄື່ອນໄຫວທີຂະຫຍັນຂັນເຄື່ອນ, ມີປະສິດທິຜົນ, ພັດທະນາແບບຍືນຍົງ ແລະ ພ້ອມກັນປະຕິບັດເປົ້າໝາຍພັດທະນາທາງດ້ານຈຳນວນເພື່ອບັນລຸຈຳນວນວິສາຫະກິດໜຶ່ງລ້ານແຫ່ງໃນປີ 2020. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະໜີໃຫ້ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ຍູ້ແຮງການໜູນໃຊ້ຄວາມກ້າວໜ້າທາງດ້ານວິທະຍາສາດເຕັກໂນໂລຢີ, ປະກອບສ່ວນໃຫ້ແກ່ລັດຖະບານໃນກິດຈະການປະຕິຮູບສະພາບແວດລ້ອມແຫ່ງການລົງທຶນດຳເນີນທຸລະກິດຢ່າງແຮງ

ຕອບກັບ

ຂ່າວ/ບົດ​ອື່ນ