ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເລຂາທິການໃຫຍ່ ສະຫະພັນກຳມະບານໂລກ

(VOVWORLD) -   ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ພັກ, ລັດ ແລະ ລັດຖະບານ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ກຳມະບານ ຫວຽດນາມ ແມ່ນສະມາຊິກຕັ້ງໜ້າ
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບເລຂາທິການໃຫຍ່ ສະຫະພັນກຳມະບານໂລກ - ảnh 1 ການຕ້ອນຮັບຈັດຕັ້ງໃນຕອນບ່າຍວັນທີ 23 ກັນຍາ

ຕອນບ່າຍວັນທີ 23 ກັນຍາ, ທີ່ສຳນັກງານນາຍົກລັດຖະມົນຕີ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານ George Mavrikos, ເລຂາທິການໃຫຍ່ສະຫະພັນກຳມະບານໂລກ (WFTU), ເນື່ອງໃນໂອກາດທ່ານມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມໃຫຍ່ສະຫະພັນກຳມະບານ ຫວຽດນາມ ຄັ້ງທີ 12.

          ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ພັກ, ລັດ ແລະ ລັດຖະບານ ຫວຽດນາມ ຍາມໃດກໍ່ສະໜັບສະໜູນ ແລະ ສ້າງເງື່ອນໄຂສະດວກເພື່ອໃຫ້ກຳມະບານ ຫວຽດນາມ ແມ່ນສະມາຊິກຕັ້ງໜ້າ, ມີຄວາມຮັບຜິດຊອບຂອງສະຫະພັນກຳມະບານໂລກ. ກຳມະບານ ຫວຽດນາມ ພວມມີບັນດາບາດກ້າວພັດທະນາຢ່າງແຮງ, ປ່ຽນແປງໃໝ່ຢ່າງຮອບດ້ານ, ສຸມໃສ່ຂົນຂວາຍ, ພັດທະນາສະມາຊິກ ແລະ ສ້າງຕັ້ງກຳມະບານຂັ້ນຮາກຖານ; ສຸມໃສ່ເຖິງໜ້າທີ່ຫຼັກແຫຼ່ງນັ້ນແມ່ນເປັນຜູ້ຕາງໜ້າ, ເບິ່ງແຍງດູແລຜົນປະໂຫຍດ, ປົກປ້ອງສິດຜົນປະໂຫຍດຂອງຊາວຜູ້ອອກແຮງງານ…

          ໂດຍຕາງໜ້າໃຫ້ WFTU, ທ່ານເລຂາທິການໃຫຍ່ George Mavrikos ໄດ້ຝາກຄຳແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງເຖິງພັກ, ລັດ ແລະ ປະຊາຊົນ ຫວຽດນາມ ກ່ຽວກັບການຈາກໄປຂອງທ່ານປະທານປະເທດ ຫວຽດນາມ ເຈິ່ນດ້າຍກວາງ.

          ເມື່ອແລກປ່ຽນກັບທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ທ່ານເລຂາທິການໃຫຍ່ George Mavrikos ໃຫ້ຮູ້ວ່າ: WFTU ຍາມໃດກໍ່ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມື ແລະ ກຽມພ້ອມໜູນຊ່ວຍກຳມະບານ ຫວຽດນາມ ໃນບັນດາການເຄືື່ອນໄຫວຮັບໃຊ້ການສ້າງສາ ແລະ ພັດທະນາປະເທດຊາດ.

ຂ່າວກ່ຽວຂ້ອງ

ຕອບກັບ

ຂ່າວ/ບົດ​ອື່ນ