ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາຢາກໃຫ້ສະມາຊິກສະພາແຫ່ງຊາດໜຸ່ມ ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນເພື່ອການພັດທະນາປະເທດຊາດ

(VOVWORLD) - ລັດຖະບານ ຫວຽດນາມ ມີຄວາມເອົາໃສ່ເຖິງບັນຫາເລີ່ມຕົ້ນທຸລະກິດ start up ແລະ ສະເໜີ ສະມາຊິກສະພາແຫ່ງຊາດທີ່ໜຸ້ມແໜ້ນ ຈົ່ງສືບຕໍ່ເອົາໃຈໃສ່ເຖິງການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເລີ່ມຕົ້ນທຸລະກິດ start up

        ວັນທີ 06 ມິຖຸນາ, ທີ່ການພົບປະສັງສັນກັບກຸ່ມສະມາຊິກສະພາແຫ່ງຊາດໜຸ່ມ ຊຸດທີ 14, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຖືວ່າ ສະມາຊິກສະພາແຫ່ງຊາດ ມີບັນດາກາລະໂອກາດເພື່ອໃຫ້ບັນດາສະມາຊິກສະພາແຫ່ງຊາດທີ່ໜຸ່ມແໜ້ນ ສືບຕໍ່ຝຶກຝົນຫຼໍ່ຫຼອມ, ເຕີບໃຫຍ່ຂຶ້ນ, ປະກອບສ່ວນໃຫ້ແກ່ອະນາຄົດປະເທດຊາດຫຼາຍກວ່າ. ສະນັ້ນ, ບັນດາສະມາຊິກສະພາແຫ່ງຊາດທີ່ໜຸ່ມແໜ້ນ ຄວນມານະພະຍາຍາມສູ້ຊົນ, ຝຶກຝົນຫຼໍ່ຫຼອມ, ມີຄວາມຕັດສິນໃຈສູງ, ບໍ່ຫວາດຫວັ່ນຕໍ່ໜ້າທີ່ອັນໜັກໜ່ວງ ແລະ ຫຍຸ້ງຍາກເຊິ່ງພັກ, ລັດມອບໝາຍໃຫ້.

ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ປາດຖະໜາຢາກໃຫ້ສະມາຊິກສະພາແຫ່ງຊາດໜຸ່ມ ອຸທິດສ່ວນຈົນສຸດຄວາມສາມາດຂອງຕົນເພື່ອການພັດທະນາປະເທດຊາດ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ແລະ ສະມາຊິກສະພາແຫ່ງຊາດໜຸ່ມ (ພາບ: VOV.VN)

        ທ່ານນາຍົກລັດຖະມົນຕີໃຫ້ຮູ້ວ່າ, ລັດຖະບານ ຫວຽດນາມ ມີຄວາມເອົາໃສ່ເຖິງບັນຫາເລີ່ມຕົ້ນທຸລະກິດ start up ແລະ ສະເໜີ ສະມາຊິກສະພາແຫ່ງຊາດທີ່ໜຸ້ມແໜ້ນ ຈົ່ງສືບຕໍ່ເອົາໃຈໃສ່ເຖິງການປ່ຽນແປງໃໝ່ປະດິດຄິດສ້າງ ແລະ ເລີ່ມຕົ້ນທຸລະກິດ start up, ເອົາໃຈໃສ່ເຖິງວິທະຍາສາດເຕັກໂນໂລຢີໃນການພັດທະນາ, ເພື່ອນໍາປະເທດຊາດບືນຕົວຂຶ້ນ:

        “ສົມໝຸດວ່າ ການເຕີບໂຕຂອງຫວຽດນາມບັນລຸລະດັບ 7%/ປີ ແມ່ນໃນໄລຍະອີກ 19 ປີ ຈຶ່ງສາມາດທຽບເທົ່່າກັບລະດັບ GDP ສະເລ່ຍຕໍ່ຫົວຄົນຂອງໄທໄດ້, ຕ້ອງການເວລາຕື່ມອີກ 47 ປີ ຈຶ່ງທຽບເທົ່າ ສ.ເກົາຫຼີ ແລະ ອີກ 51 ປີ ຈຶ່ງທຽບເທົ່າກັບ ຍີ່ປຸ່ນ ໃນປັດຈຸບັນ. ດັ່ງນັ້ນ, ກໍາລັງແຮງ ແລະ ເປົ້າໝາຍວາງອອກຕ້ອງສູງ. ສະນັ້ນ, ທົ່ວພັກ, ທົ່ວປວງຊົນຕ້ອງຮ່ວມກັນກະທໍາ, ແຕ່ໄວໜຸ່ມເວົ້າລວມ, ໃນນັ້ນມີຜູ້ທີ່ສວມບົດບາດສໍາຄັນ ຕ້ອງປະກອບສ່ວນນໍາປະເທດຊາດບືນຕົວຂຶ້ນ, ດ້ວຍຈິດໃຈການປະຕິວັດບຸກໂຈມຕີ.”

        ກຸ່ມສະມາຊິກສະພາແຫ່ງຊາດໜຸ່ມມີສະມາຊິກ 131 ຄົນ, ໂດຍໄດ້ຮັບການສ້າງຕັ້ງເມື່ອເດືອນ ພະຈິກ 2016. ນີ້ແມ່ນບັນດາສະມາຊິກສະພາແຫ່ງຊາດຢູ່ໃນເກນອາຍຸແຕ່ 45 ປີ ລົງມາ ນັບແຕ່ຈຸດເວລາສ້າງຕັ້ງກຸ່ມ. 

ຕອບກັບ

ຂ່າວ/ບົດ​ອື່ນ