ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະສັງສັນກັບຜູ້ຕາງໜ້າບັນດາອົງການຈັດຕັ້ງການເມືອງ - ສັງຄົມ ແລະ ອົງການຈັດຕັ້ງມະຫາຊົນ

(VOVWORLD) - ຕອນບ່າຍວັນທີ 17 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ມີການພົບປະສັງສັນກັບຜູ້ຕາງໜ້າບັນດາອົງການຈັດຕັ້ງການເມືອງ - ສັງຄົມ ແລະ ອົງການຈັດຕັ້ງມະຫາຊົນຕ່າງໆ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະສັງສັນກັບຜູ້ຕາງໜ້າບັນດາອົງການຈັດຕັ້ງການເມືອງ - ສັງຄົມ ແລະ ອົງການຈັດຕັ້ງມະຫາຊົນ - ảnh 1   ທີ່ການພົບປະ (ພາບ: VGP)

        ທີ່ການພົບປະ, ທ່ານນາຍົກລັດຖະມົນຕີໄດ້ຍົກອອກໃຫ້ເຫັນຈິດໃຈທີ່ວ່າ ພັກ, ລັດ, ປະຊາຊົນມີການປະສານກົມກຽວ, ສາມັກຄີ, ເປັນເອກະພາບນຳກັນນັ້ ຈະສ້າງເປັນກຳລັງແຮງ. ພະນັກງານຕ້ອງປະຕິບັດນະໂຍບາຍກົດໝາຍຢ່າງຖືກຕ້ອງ, ເປັນຢ່າງດີ, ເປັນແບບຢ່າງເພື່ອຮັບໃຊ້ປະຊາຊົນ, ພ້ອມທັງໂຄສະນາ, ຂົນຂວາຍປະຊາຊົນປະຕິບັດໃຫ້ເປັນຢ່າງດີ. ບັນຫາເຫຼົ່ານີ້ ມີຄວາມສຳຄັນເປັນຢ່າງຍິ່ງສຳລັບປະເທດທີ່ມີຫລາຍສາສະໜາ, ຫລາຍພາກສ່ວນ, ຫລາຍຊົນເຜົ່າ.

        ທ່ານນາຍົກລັດຖະມົນຕີສະເໜີໃຫ້ແນວໂຮມປະເທດຊາດ, ບັນດາອົງການຈັດຕັ້ງການເມືອງ - ສັງຄົມ, ບັນດາສະມາຄົມສືບຕໍ່ໂຄສະນາບັນດານະໂຍບາຍ, ກົດໝາຍ; ເປັນຂົວເຊື່ອມຕໍ່ລະຫວ່າງພັກ, ລັດກັບປະຊາຊົນເພື່ອສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ ແນໃສ່ສ້າງພື້ນຖານປະຕິບັດບັນດາໜ້າທີ່ພັດທະນາເສດຖະກິດ - ສັງຄົມໄດ້ຢ່າງມີໄຊ.

ຕອບກັບ

ຂ່າວ/ບົດ​ອື່ນ