ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ ການຮ່ວມມືແມ່ນໍ້າ ຂອງ - ຍີ່່ປຸ່ນ ຄັ້ງທີ 10

(VOVWORLD) -ກອງປະຊຸມສຸດຍອດ ການຮ່ວມມືແມ່ນໍ້າຂອງ - ຍີ່່ປຸ່ນ ປີ 2018 ເປັນຂີດໝາຍ 10 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ ກົນໄກການຮ່ວມມືແມ່ນໍ້າຂອງ - ຍີ່ປຸ່ນ ແລະ 3 ປີ  ແຫ່ງການຜັນຂະຫຍາຍຍຸດທະສາດ ໂຕກຽວ 2015.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມກອງປະຊຸມສຸດຍອດ ການຮ່ວມມືແມ່ນໍ້າ ຂອງ - ຍີ່່ປຸ່ນ ຄັ້ງທີ 10 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ (ພາບ: TTXVN) 

ຕອນເຊົ້າວັນທີ 9 ຕຸລາ, ກອງປະຊຸມສຸດຍອດ ການຮ່ວມມືແມ່ນໍ້າຂອງ - ຍີ່່ປຸ່ນ ຄັ້ງທີ 10 ໄດ້ໄຂຂຶ້ນ ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Shinzo Abe. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ນໍາໜ້າຄະນະຜູ້ແທນຂັ້ນສູງຫວຽດນາມເຂົ້າຮ່ວມກອງປະຊຸມ. ເຂົ້າຮ່ວມກອງປະຊຸມ ຍັງມີທ່ານນາຍົກລັດຖະມົນຕີ ກໍາປູເຈຍ Hun Sen,  ທ່ານນາຍົກລັດລັດຖະມົນຕີລາວ ທອງລຸນ ສີສຸລິດ, ທ່ານນາຍົກລັດຖະມົນຕີໄທ Prayuth Chan – ocha ແລະ ທ່ານ Aung San Suu Kyi ທີ່ປຶກສາແຫ່ງລັດ ມຽນມາ.

        ກອງປະຊຸມສຸດຍອດ ການຮ່ວມມືແມ່ນໍ້າຂອງ - ຍີ່່ປຸ່ນ ປີ 2018 ເປັນຂີດໝາຍ 10 ປີ ແຫ່ງການສ້າງຕັ້ງ ແລະ ພັດທະນາ ກົນໄກການຮ່ວມມືແມ່ນໍ້າຂອງ - ຍີ່ປຸ່ນ ແລະ 3 ປີ  ແຫ່ງການຜັນຂະຫຍາຍຍຸດທະສາດ ໂຕກຽວ 2015. ຄະນະຜູ້ແທນຫວຽດນາມເຂົ້າຮ່ວມກອງປະຊຸມ ເພື່ອແນໃສ່ຢັ້ງຢືນ ຄໍາໝັ້ນສັນຍາ ສໍາລັບກົນໄກການຮ່ວມມືດັ່ງກ່າວ, ຕີລາຄາບັນດາບົດຮຽນ ໃນຕະຫຼອດ 10 ປີຜ່ານມາ, ເພື່ອວາງອອກທິດທາງໃຫຍ່ ແລະ ສະເໜີບັນດາມາດຕະການຍົກສູງປະສິດທິຜົນແຫ່ງການຮ່ວມມືໃນໄລຍະຈະມາເຖິງ.

        ທີ່ກອງປະຊຸມຄັ້ງນີ້ ບັນດາການນໍາ ຈະປືກສາຫາລືກ່ຽວກັບການຊຸກຍູ້ການຮ່ວມມືແມ່ນໍ້າຂອງ - ຍີ່ປຸ່ນ ໃຫ້ເໝາະສົມກັບສະພາບການຂອງພາກພື້ນ ແລະ ໃນໂລກ, ປະກອບສ່ວນເຂົ້າໃນການສ້າງສັນຕິພາບ, ຄວາມໝັ້ນຄົງ ແລະ ຄວາມວັດທະນາຖາວອນ ບໍ່ພຽງແຕ່ໃນພາກພື້ນເທົ່ານັ້ນ ຫາກຍັງໃນທົ່ວໂລກອີກດ້ວຍ; ພິຈາລະນາຂໍ້ສະເໜີຂອງກອງປະຊຸມລັດຖະມົນຕີການຕ່າງປະເທດ ແມ່ນໍ້າຂອງ - ຍີ່ປຸ່ນ ຄັ້ງທີ 11 ກ່ຽວກັບການສ້າງຕັ້ງ 03 ເສົາຄໍ້າຫຼັກໃໝ່ ຂອງການຮ່ວມມື ແມ່ນໍ້າຂອງ - ຍີ່ປຸ່ນ; ປຶກສາຫາລື ແລະ ພິຈາລະນາ ຜ່ານຍຸດທະສາດ ໂຕກຽວ 2018 ກ່ຽວກັບການຮ່ວມມືແມ່ນໍ້າຂອງ-ຍີ່ປຸ່ນ. ບັນດາການນໍາກໍໄດ້ປຶກສາຫາລື ກ່ຽວກັບວິທີການແກ້ໄຂ ເພື່ອຊຸກຍູ້ບັນດາໂຄງການຮ່ວມມື ແມ່ນໍ້າຂອງ - ຍີ່ປຸ່ນ.

ເມື່ອປຶກສາຫາລືກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ໃນນັ້ນ ມີບັນຫາທະເລຕາເວັນອອກ ແລະ ແຫຼມເກົາຫຼີ, ການນໍາບັນດາປະເທດຢັ້ງຢືນຄໍາໝັ້ນສັນຍາລວມແມ່ນຮັກສາ ແລະ ຊຸກຍູ້ຄວາມສັນຕິພາບ, ຄວາມໝັ້ນຄົງ ແລະ ສະຖຽນລະພາບຢູ່ພາກພື້ນ ຄືນໃໝ່, ແກ້ໄຂບັນດາຄວາມຂັດແຍ້ງກັນໂດຍສັນຕິວິທີ, ລວມທັງການປະຕິບັດບັນດາວິວັດການນິຕິກໍາ ແລະ ການຕ່າງປະເທດ ຢ່າງຄົບຖ້ວນ, ບໍ່ນາບຂູ່ນໍາໃຊ້ ຫຼືນໍາໃຊ້ຄວາມຮຸນແຮງກໍາລັງອາວຸດ, ເໝາະສົມກັບບັນດາຫຼັກການ ໄດ້ຮັບການຮັບຮອງຢ່າງກວ້າງຂອງຂອງກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສະຫະປະຊາຊາດ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982.

        ສິ້ນສຸດກອງປະຊຸມ, ບັນດາການນໍາ ໄດ້ຮັບຮອງເອົາຍຸດທະສາດໂຕກຽວ 2018 ໃຫ້ແກ່ການຮ່ວມມືໄລຍະ 2019-2021 ພ້ອມດ້ວຍບັນຊີລາຍຊື່ບັນດາໂຄງການສົມທົບກັນລະຫວ່າງ ການຮ່ວມມືແມ່ນໍ້າຂອງ - ຍີ່ປຸ່ນ ດ້ວຍບັນດາໂຄງການ, ການຮ່ວມມືພັດທະນາຂອງທົ່ວໂລກ ແລະ ພາກພື້ນ.

        ກ່ຽວກັບບັນດາບັນຫາສາກົນ ແລະ ພາກພື້ນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢັ້ງຢືນວ່າ ຫວຽດນາມ ຈະສືບຕໍ່ສົມທົບກັບ ຍີ່ປຸ່ນ ແລະ ປະຊາຄົມສາກົນ ເພື່ອແກ້ໄຂບັນຫາມະນຸດສະທໍາ. ສໍາລັບບັນຫາທະເລຕາເວັນອອກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍໄດ້ເນັ້ນໜັກເຖິງລັກສະນະຂອງການຮັບປະກັນສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ ແລະ ຄວາມເສລີໃນການເດີນເຮືອ, ການເດີນບິນຢູ່ທະເລຕາເວັນອອກ, ຮຽກຮ້ອງໃຫ້ປະຕິບັດສົນທິສັນຍາ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 ຂອງ ສະຫະປະຊາຊາດ, ປະຕິບັດຖະແຫຼງການ ກ່ຽວກັບການປະພຶດຢູ່ທະເລຕາເວັນອອກ (DOC) ຢ່າງຄົບຖ້ວນ, ມີປະສິດທິຜົນ ແລະ ສ້າງກົດແຫ່ງການປະພຶດໃນທະເລຕາເວັນອອກ COC ໃຫ້ສົມບູນແບບ, ມີຜົນສັກສິດ ແລະ ມີປະສິດທິຜົນ.

        ໃນວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍຈະພ້ອມກັບການນໍາຂອງບັນດາປະເທດ ເຂົ້າຢ້ຽມຂໍ່ານັບ ເຈົ້າຈັກກະພັດ ຍີ່ປຸ່ນ; ເຂົ້າຮ່ວມເວທີປາໄສ ການລົງທຶນ ແມ່ນໍ້າຂອງ-ຍີ່ປຸ່ນ; ການໂອ້ລົມສົນທະນາກັບບັນດາວິສາຫະກິດອະສັງຫາລິມະຊັບຂອງຍີ່ປຸ່ນ ແລະ ບັນດາການເຄື່ອນໄຫວອື່ນໆອີກ.

ຕອບກັບ

ຂ່າວ/ບົດ​ອື່ນ