ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີໄຂງານຕະຫລາດນັດນຳເຂົ້າສາກົນ ຈີນ ຄັ້ງທີ 1

(VOVWORLD) - ຕອນເຊົ້າວັນທີ 05 ພະຈິກ, ທີ່ນະຄອນ ຊຽງໄຮ້, ປະເທດ ຈີນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ເຂົ້າຮ່ວມພິທີໄຂງານຕະຫລາດນັດນຳເຂົ້າສາກົນ ຈີນ ຄັ້ງທີ 1.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຂົ້າຮ່ວມພິທີໄຂງານຕະຫລາດນັດນຳເຂົ້າສາກົນ ຈີນ ຄັ້ງທີ 1 - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານປະທານປະເທດ ຈີນ ສີຈິ້ນຜີງ

ນີ້ແມ່ນໜຶ່ງໃນສີ່ເຫດການພົວພັນຕ່າງປະເທດສຳຄັນທີ່ສຸດຂອງ ຈີນ ໃນປີ 2018 ດ້ວຍການເຂົ້າຮ່ວມຂອງປະມຸກລັດ ແລະ ການນຳລັດຖະບານບັນດາປະເທດຈຳນວນ 18 ທ່ານ, ວິສາຫະກິດກ່ວາ 3000 ແຫ່ງທີ່ມາຈາກ 130 ປະເທດ ແລະ ເຂດແຄ້ວນ.  ກ່າວຄຳເຫັນທີ່ພິທີໄຂ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາສາຍພົວພັນເປັນປົກກະຕິ, ປາດຖະໜາຢາກພ້ອມກັບ ຈີນ ແລະ ບັນດາປະເທດຊຸກຍູ້ການຮ່ວມມືດ້ານເສດຖະກິດ, ການຄ້າພັດທະນາແບບຍືນຍົງ; ສະໜັບສະໜູນລະບົບການຄ້າຫລາຍຝ່າຍເປີດ, ຍຸຕິທຳ, ໂປ່ງໃສ, ກວມລວມ ແລະ ອີງໃສ່ ລະບຽບກົດໝາຍກັບ WTO ເປັນພື້ນຖານ.

        ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ກໍ່ແນະນຳບາງຜົນງານການພັດທະນາເສດຖະກິດ - ສັງຄົມ, ການເຊື່ອມໂຍງເຂົ້າກັບສາກົນຂອງ ຫວຽດນາມ ແລະ ປາດຖະໜາວ່າ ຜ່ານງານຕະຫລາດນັດ, ການນຳ ແລະ ວິສາຫະກິດບັນດາປະເທດຈະເຂົ້າໃຈກ່ຽວກັບບັນດາຜະລິດຕະພັນຂອງ ຫວຽດນາມ ຫລາຍກ່ວາ, ຊຸກຍູ້ການຮ່ວມມືນຳເຂົ້າ-ສົ່ງອອກລະຫວ່າງ ຫວຽດນາມ ກັບ ຈີນ ແລະ ບັນດາປະເທດ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ: ຫວຽດນາມ ໃຫ້ຄຳໝັ້ນສັນຍາສ້າງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ລົງທຶນທີ່ສະດວກ ແລະ ສະເໝີພາບໃຫ້ແກ່ບັນດານັກລົງທຶນຕ່າງປະເທດ, ຕອບສະໜອງໄດ້ບັນດາມາດຖານສາກົນທີ່ກ້າວໜ້າ ແລະ ບັນດາມາດຕະຖານສູງໃນສັນຍາ FTA ໃໝ່.

        ເພື່ອເພີ່ມທະວີການຮ່ວມມື, ຮ່ວມສຳພັນດ້ານເສດຖະກິດສາກົນ, ພາກພື້ນ, ໄປຄຽງຄູ່ກັບບັນດາການເຄື່ອນໄຫວໂຄສະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຖືວ່າ ບັນດາຝ່າຍຄວນເພີ່ມທະວີການພົບປະເຈລະຈາ, ແລກປ່ຽນນະໂຍບາຍລະຫວ່າງບັນດາລັດຖະບານ ແລະ ວິສາຫະກິດ; ເພີ່ມທະວີການເປີດເຜີຍ, ໂປ່ງໃສ ແລະ ແບ່ງປັນຂໍ້ມູນຂ່າວສານ, ບົດຮຽນໃຫ້ທັນການ, ພ້ອມກັນ “ເຊື່ອມຕໍ່ ແລະ ປະດິດຄິດສ້າງ” ແລະ ເປີດກາລະໂອກາດຮ່ວມມືໃໝ່ໃນຍຸກປະຕິວັດອຸດສາຫະກຳ 4.0.

        ແລະກໍ່ໃນວັນດຽວກັນ, ທີ່ນະຄອນ ຊຽງໄຮ້, ຈີນ, ກະຊວງອຸດສາຫະກຳ ແລະ ພັດທະນາຊົນນະບົດ ໄດ້ສົມທົບກັບ ສະຖານກົງສູນໃຫຍ່ ຫວຽດນາມ ປະຈຳ ຊຽງໄຮ້ ຈັດຕັ້ງ “ກອງປະຊຸມເຊື່ອມຕໍ່ວິສາຫະກິດ ຫວຽດນາມ - ຈີນ”.

ຕອບກັບ

ຂ່າວ/ບົດ​ອື່ນ