ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມຍຸດທະສາດທາງທະເລ

(VOVWORLD) - ຕອນບ່າຍວັນທີ 16 ສິງຫາ, ທີ່ສຳນັກງານລັດຖະບານ,  ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ເປັນປະທານກອງປະຊຸມກັບບາງກະຊວງ, ຂະແໜງການ, ທ້ອງຖິ່ນກ່ຽວຂ້ອງເຖິງຍຸດທະສາດທາງທະເລ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເປັນປະທານກອງປະຊຸມຍຸດທະສາດທາງທະເລ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ (ພາບ: VGP)

ທີ່ການລາຍງານຂອງທ່ານລັດຖະມົນຕີກະຊວງ ຊັບພະຍາກອນ ແລະ ສິ່ງແວດລ້ອມ ເຈີ່ງຮົ່ງຮ່າ ໄດ້ສະເໜີ ກໍ່ຄືການປະກອບຄຳເຫັນຂອງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນແຄມຝັ່ງທະເລ ຖືວ່າ, ພາຍຫຼັງປະຕິບັດຍຸດທະສາດທາງທະເລ, ເສດຖະກິດທາງທະເລ, ແຄມຝັ່ງທະເລ ໄດ້ມີການພັດທະນາຮອບດ້ານ. ຊີວິດການເປັນຢູ່ຂອງປະຊາຊົນເຂດແຄມຝັ່ງທະເລໄດ້ຮັບການຍົກລະດັບຂຶ້ນ. ບັນດາຂະແໜງການເສດຖະກິດຄື ການທ່ອງທ່ຽວ, ພັກຜ່ອນຮັກສາສຸຂະພາບທາງທະເລ, ການປູກຝັງ, ລ້ຽງສັດ, ຂຸດຄົ້ນ, ປຸງແຕ່ງອາຫານທະເລ, ການຂົນສົ່ງທາງທະເລໄດ້ຮັບການເຕີບໂຕ. ສະພາບເສດຖະກິດ - ສັງຄົມ ບັນດາແຂວງແຄມຝັ່ງທະເລມີການຫັນປ່ຽນຢ່າງເຫັນໄດ້ຊັດ. ວຽກງານການປົກປັກຮັກສາສີ່ງແວດລ້ອມທາງທະເລ ນັບມື້ໄດ້ຮັບການເອົາໃຈໃສ່. ແຕ່ເຖິງຢ່າງໃດກໍ່ຕາມ, ວຽກງານນີ້ຍັງພົບກັບຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ໂດຍສະເພາະແມ່ນຂໍ້ຈໍາກັດທາງດ້ານບຸກຄະລາກອນ, ວິທະຍາສາດເຕັກໂນໂລຢີທາງທະເລ, ກຳລັງຄວາມສາມາດໃນການຄຸ້ມຄອງສັງລວມ ແລະ ເປັນເອກະພາບກ່ຽວກັບທະເລ, ກົນໄກປະສານສົມທົບລະຫວ່າງ ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ແລະ ບັນດາກຳລັງເຄື່ອນໄຫວເທິງ ໜ້ານໍ້າທະເລ… ກ່າວຄຳເຫັນສະຫຼຸບກອງປະຊຸມ, ຕີລາຄາສູງຄຳຄິດຄຳເຫັນປະກອບໃສ່ກອງປະຊຸມ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນສືບຕໍ່ເສີມຂະຫຍາຍຄວາມສາມາດບົ່ມຊ້ອນ, ທ່າໄດ້ປຽບຂອງທະເລ, ຟື້ນຟູແກ້ໄຂບັນດາຂໍ້ຈຳກັດ, ອ່ອນດ້ອຍໃນແຕ່ລະຂົງເຂດ ແລະ ມີບັນດາວິທີການແກ້ໄຂທັນເວລາ ແນໃສ່ປະຕິບັດເປົ້າໝາຍນຳປະເທດເຮົາເຂັ້ມແຂງທາງທະເລ ແລະ ສ້າງຄວາມຮັ່ງມີຈາກທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ