ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວ​ັນ​ຟຸກ ເຮັດ​ວຽກ​ກັບ​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ກ່ຽວ​ກັບ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​ທະ​ເລ​ຊືມ

(VOVWORLD) -     ຕອນບ່າຍວັນທີ 8 ມີນາ, ຢູ່ແຂວງເບັ໊ນແຈ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານການເຮັດວຽກກັບການນຳບັນດາແຂວງເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ ກ່ຽວກັບໄພແຫ້ງແລ້ງ ແລະ ນ້ຳທະເລຊືມ.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວ​ັນ​ຟຸກ ເຮັດ​ວຽກ​ກັບ​ບັນ​ດາ​ແຂວງ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ​ທາງ​ພາກ​ໃຕ້​ຫວຽດ​ນາມ ກ່ຽວ​ກັບ​ໄພ​ແຫ້ງ​ແລ້ງ ແລະ ນ້ຳ​ທະ​ເລ​ຊືມ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເປັນປະທານການເຮັດວຽກ (ພາບ:VGP)

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໃຫ້ຮູ້ວ່າ: ເດືອນກັນຍາ ປີ 2019, ລັດຖະບານໄດ້ມີກອງປະຊຸມທີ່ສຳຄັນຢູ່ແຂວງຕ່ຽນຢາງ ເພື່ອເຜີຍແຜ່ເນື້ອໃນຈິດໃຈຊີ້ນຳຂອງລັດຖະບານກ່ຽວກັບການຮັບມືກັບສະພາບໄພແຫ້ງແລ້ງ, ນ້ຳທະເລຊືມຢ່າງໜັກໜ່ວງທີ່ສຸດ ຢູ່ເຂດທົ່ງພຽງແມ່ນ້ຳຂອງ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ປີນີ້ ໄພແຫ້ງແລ້ງ ແມ່ນຮ້າຍແຮງກວ່າປີ 2016 ດັ່ງນັ້ນ ຄວາມເສຍຫາຍຂອງປະຊາຊົນແມ່ນໃຫຍ່ຫຼວງຢູ່. ສະພາບຂາດແຄນນ້ຳຈືດໃນຊີວິດປະຈຳວັນ ແລະ ນ້ຳຮັບໃຊ້ການຜະລິດໄດ້ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ ແລະ ການຜະລິດຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີໄດ້ຊີ້ນຳບັນດາຜູ້ແທນຈົ່ງປຶກສາຫາລືບັນດາມາດຕະການໂດຍພື້ນຖານ, ຍາວນານ ເພື່ອວາງອອກແຜນການໃຫ້ແກ່ 5 ປີ ຈະມາເຖິງ, ກ່ອນອື່ນໝົດ ແມ່ນຕ້ອງແກ້ໄຂການຂາດແຄນນ້ຳດື່ມ, ຮັບປະກັນມາດຕະຖານໃຫ້ແກ່ປະຊາຊົນຢູ່ເຂດທົ່ງພຽງແມ່ນ້ຳຂອງທາງພາກໃຕ້ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ