ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບແຂວງ ນີງບີງ

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ເຮັດວຽກກັບແຂວງ ນີງບີງ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ
​ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ ນີງບີ​ງ

(vovworld) - ​ ຕອນ​ບ່າຍ​ວັນ​ທີ 07/04, ຢູ່​ນະຄອນ ນີງບີ​ງ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງ​ແຂວງ ນີງບີ​ງ ກ່ຽວ​ກັບ​ສະພາບ​ການ​ປະຕິບັດ​ໜ້າ​ທີ່​ເສດຖະກິດ​ສັງຄົ​ມ. ກ່າວ​ຄຳ​ເຫັນ​ທີ່ການ​ເຮັດ​ວຽກ, ທ່ານ​ນາຍົກລັດຖະມົນຕີ ຫງວຽນຊວນ​ຟຸກ ​ເນັ້ນ​ໜັກ​ວ່າ: ​ໂດຍ​ແມ່ນ​ແຂວງນ້ອຍ​ແຕ່ ນີງບີ​ງ ​ໄດ້ ພັດທະນາ​ຢ່າງຮອບດ້ານ, ການ​ຫັນປ່ຽນ​ແຮງ​ໂຄງ​ປະກອບ​ເສດຖະກິດ​, ລາຍ​ຮັບ​ງົບປະມານ​​ເພີ່ມ​ຂຶ້ນ, ການ​ສົ່ງ​ອອກ​ບັນລຸ​ກ່ວາ 1 ຕື້ USD. ການ​ຮັບປະກັນ​ຊີວິດ​ສັງຄົມ, ວຽກ​ເຮັດ​ງານ​ທຳ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່; ການ​ສຶກສາ ​ແລະ ບຳລຸງ​ສ້າງ​ເພີ່ມ​ຂຶ້ນ​ທັງ​ຂອບ​ຂະໜາດ ​ແລະ ຄຸນ​ນະພາ​ບ; ຄວາມ​ໝັ້ນຄົງ​ທາງດ້ານ​ການ​ເມືອງ​ໄດ້​ຮັບການ​ຮັກ​ສາ​ໄວ້​ຢ່າງ​ໝັ້ນຄົງ. ​ເພື່ອ​ພັດທະນາ ນີງບີ​ງ ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ​ນາຍົກລັດຖະມົນຕີມອບໝາຍ​ໜ້າ​ທີ່ໃຫ້​ທາງ​ແຂວງ ຄວນ​ມີ​ຈິດ​ໃຈ​ຢ່າງ​ຂ້ຽວຂາດ, ຄົບ​ຊຸດ, ມີ​ປະສິດທິ​ຜົ​ນ, ສູ້​ຊົນ​ສຳ​ເລັດຜົນ​ດ້ວຍ​ລະດັບ​ລື່ນ​ກາຍ​ຄາດໝາຍທີ່​ໄດ້​ວາງ​ອອກ​ໃນປີ 2017. ​ແຂວງ ນີງບີ​ງ ຄວນ​ກວດກາ ​ແລະ ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ແຜນຜັງ, ພິ​ເສດ​ແມ່ນ​ການວາງ​ແຜນ​ຜັງ​ເສດ​ຖະກິດ​ສັງຄົມ, ການວາງ​ແຜນ​ຂະ​ແໜງ, ​ເຂດ, ແຜນຜັງ​ທີ່​ດິນ, ຊັບພະຍາກອນ ​ແລະ ​ແຜນຜັງ​ການ​ພັດທະນາ​ຕົວ​ເມືອງ.

ຕອບກັບ

ຂ່າວ/ບົດ​ອື່ນ