ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຮັດວຽກກັບໜ່ວຍງານທີ່ປຶກສາດ້ານເສດຖະກິດ

(VOVWORLD) -ຕອນບ່າຍວັນທີ 20 ມັງກອນ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຮັດວຽກກັບໜ່ວຍງານທີ່ປຶກສາດ້ານເສດຖະກິດ.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຮັດວຽກກັບໜ່ວຍງານທີ່ປຶກສາດ້ານເສດຖະກິດ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເຮັດວຽກກັບໜ່ວຍງານທີ່ປຶກສາດ້ານເສດຖະກິດ (ພາບ: TTXVN)

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັກຟຸກ ສະເໜີວ່າ ໜ່ວຍງານທີ່ປຶກສາຈົ່ງປຶກສາຫາລືບັນດາມາດຕະການເສີມຂະຫຍາຍພູມປັນຍາ, ປະກອບສ່ວນໃຫ້ລັດຖະບານໃນການປະຕິບັດແຜນການທີ່ໄດ້ວາງອອກ, ເພື່ອບັນລຸໄດ້ໝາກຜົນສູງກ່ວາໃນປີ 2020. ທ່ານນາຍົກລັດຖະມົນຕີປາດຖະໜາວ່າ ໜ່ວຍງານທີ່ປຶກສາດ້ານເສດຖະກິດຈະເປັນເສນາທິການ, ອຸທິດສ່ວນເພື່ອຊ່ວຍພື້ນຖານເສດຖະກິດປະເທດຊາດເຕີບໂຕສູງໃນຊຸມປີຈະມາເຖິງ ແລະ ມີກຳລັງແຮງໃໝ່ ເພື່ອຫລຸດພົ້ນອອກຈາກລະດັບລາຍຮັບປານກາງ, ທ່ານສະເໜີໜ່ວຍງານຄວນຕິດຕາມກວດກາສະພາບການເສດຖະກິດພາຍໃນປະເທດ ແລະ ຕ່າງປະເທດຢ່າງໃກ້ຊິດ ເພື່ອພົບເຫັນບັນຫາໃໝ່ຢ່າງທັນການ, ເປັນເສນາທິການໃຫ້ແກ່ນາຍົກລັດຖະມົນຕີ, ເປັນຕົ້ນແມ່ນບັນດາມາດຕະການແກ້ໄຂ, ດັດປັບນະໂຍບາຍ ເພື່ອບັນລຸໄດ້ຄາດໝາຍ, ໝາກຜົນທີ່ໄດ້ວາງອອກ. ພ້ອມກັນນັ້ນ, ໜ່ວຍງານຄວນປະກອບຄຳເຫັນກ່ຽວກັບຍຸດທະສາດການພັດທະນາຢ່າງເລິກເຊິ່ງກ່ວາ, ມີວິໄສທັດຍາວໄກ, ເປັນຕົ້ນແມ່ນຕິດພັນກັບແຜນການ 2021 – 2025; ຕັ້ງໜ້າເຂົ້າຮ່ວມປະກອບຄຳເຫັນສ້າງລະບຽບນະໂຍບາຍ, ກົດໝາຍ, ພິເສດແມ່ນການພົບເຫັນຈຸດຄ້າງຄາຄວນແກ້ໄຂ.

ແລະກໍ່ໃນຕອນບ່າຍວັນທີ 21 ມັງກອນ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ໄດ້ລົງກວດກາວຽກງານປະຈຳການ, ກຽມພ້ອມສູ້ຮົບ ແລະ ອວຍພອນບຸນເຕັດກຳລັງຕຳຫຼວດເຄື່ອນທີ່. ຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຮຽກຮ້ອງໃຫ້ກຳລັງຕຳຫຼວດປະຊາຊົນເວົ້າລວມ, ກຳລັງຕຳຫຼວດເຄື່ອນທີ່ເວົ້າສະເພາະ ໃນບໍ່ວ່າສະພາບການໃດ ກໍ່ຕ້ອງປົກປັກຮັກສາອະທິປະໄຕແຫ່ງຊາດ ແລະ ຮັກສາສະຖຽນລະພາບດ້ານການເມືອງ, ສັງຄົມ, ສ້າງສະພາບແວດລ້ອມແຫ່ງສັນຕິພາບ ແລະ ສ້າງເງື່ອນໄຂສະດວກເພື່ອສ້າງສາປະເທດຊາດໃຫ້ພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ