ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ​ເປັນ​ປະ​ທານກອງ​ປະ​ຊ​ຸມນັດ​ສາ​ມັນ ​​ເດືອນ ທັນ​ວາ ຂອງ ລັດ​ຖະ​ບານ

(VOVWORLD) -ຕອນບ່າຍວັນທີ 31 ທັນວາ, ພາຍໃຕ້ການເປັນປະທານຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ, ລັດຖະບານໄດ້ຈັດຕັ້ງກອງປະຊຸມນັດສາມັນເດືອນສຸດທ້າຍຂອງປີ 2019. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ​ເປັນ​ປະ​ທານກອງ​ປະ​ຊ​ຸມນັດ​ສາ​ມັນ ​​ເດືອນ ທັນ​ວາ ຂອງ ລັດ​ຖະ​ບານ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມນັດສາມັນ ເດືອນ ທັນວາ ຂອງ ລັດຖະບານ (ພາບ: VGP)

 ທີ່ກອງປະຊຸມ, ລັດຖະບານໄດ້ຮັບຟັງບົດລາຍງານໂດຍຫຍໍ້ກ່ຽວກັບຮ່າງກົດໝາຍສະບັບປັບປຸງ, ເພີ່ມເຕີມບາງມາດຕາຂອງກົດໝາຍວ່າດ້ວຍການປັບໄໝການກະທຳຜິດດ້ານການບໍລິຫານ,ລາຍງານໝາກຜົນການປະກອບຄຳເຫັນຂອງສະມາຊິກລັດຖະບານກ່ຽວກັບ 3 ຂໍ້ສະເໜີສ້າງກົດໝາຍ ແລະ ບັນດາເນື້ອໃນທີ່ກ່ຽວຂ້ອງ.

        ທີ່ກອງປະຊຸມ, ນາຍົກລັດຖະມົນຕີ ໄດ້ຕົກລົງມອບໃຫ້ ກະຊວງແຜນການ ແລະ ການລົງທຶນ ສືບຕໍ່ຮັບເອົາຄຳເຫັນຂອງບັນດາສະມາຊິກ ລັດຖະບານ, ປະຕິບັດໃບສະເໜີຂອງລັດຖະບານໃຫ້ສົມບູນແບບເພື່ອສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດໃຫ້ອະນຸມັດຜ່ານ ສ້າງມະຕິກ່ຽວກັບຫຼັກການ, ມາດຖານ,  ອັດຕາກຳນົດການແຈກຢາຍເງິນລົງທຶນໄລຍະ 2021 – 2025 ຕາມວິວັດການ, ລະບຽບການທີ່ກະທັດລັດ, ສອດຄ່ອງກັບກົດໝາຍວ່າດ້ວຍການລົງທຶນ ຂອງລັດ(ສະບັບປັບປຸງ).

ຕອບກັບ

ຂ່າວ/ບົດ​ອື່ນ