ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສືບຕໍ່ຢ້ຽມຢາມສະຫະພັນລັດເຊຍ

ທ່ານນາຍົກລັດຖະມົນຕີ ຫງວຽນເຕີນຢຸງ ສືບຕໍ່ຢ້ຽມຢາມສະຫະພັນລັດເຊຍ - ảnh 1
ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ
​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ
(ພາບ: VGP)


(vovworld) -  ​ໂດຍ​ສືບຕໍ່​ການ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ ຢ່າງ​ເປັນ​ທາງ​ການ, ວັນ​ທີ 13/05, ທ່ານ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ເຕີນ​ຢຸງ ​ໄດ້​ໄປ​ຢ້ຽມຢາມ​ເຂດ Kaliningrad ​ເຊິ່ງ​ແມ່ນ​ແຫ່ງ​ພວມ​ທົດ​ລ​ອງກຳ​ປັ່ນ​ດຳ​ນ້ຳ Kilo 636 ລຳທຳ​ອິດ ທີ່​ມີ​ຊື່ວ່າ ຮ່າ​ໂນ້ຍ ຂອງ​ຫວຽດນາມ. ທ່ານ​ໄດ້​ລະດົມ​ກຳລັງ​ໃຈ​ແກ່​ບັນດາ​ລູດ​ເຮືອ ກໍ​ຄື​ການ​ກວດກາ​ການ​ທົ​ດລ​ອງຂອງ​ກຳ​ປັ່ນ​ດຳ​ນ້ຳ 2 ລຳທີ່​ທັນ​ສະ​ໄໝ​ນີ້. ທ່ານ​ນາຍົກລັດຖະມົນ​ຕີ ຫງວຽນ​ເຕີນ​ຢຸງ ຢືນຢັນ​ວ່າ, ພັກ, ລັດ ​ແລະ ປະຊາຊົນ​ຫວຽດນາມ ມີ​ຄວາມ​ຫວັງ​ໃຫ້​ບັນດາ​ພະນັກງານ, ນັກຮົບ, ລູກ​ເຮືອກຳປັ່ນ​ດຳ​ນ້ຳຂອງ​ກອງ​ທັບ​ເຮືອ​ປະຊາຊົນ​ຫວຽດນາມ ຈົ່ງ​ເສີມ​ຂະຫຍາຍ​ນ້ຳ​ໃຈຕັ້ງໜ້າ, ​ເປັນ​ເຈົ້າ​ການ​ມີ​ຫົວຄິດ​ປະດິດ​ສ້າງ, ຜ່ານ​ຜ່າ​ຄວາມ​ຫຍຸ້ງຍາກ ​ເພື່ອ​ຮັບ​ເ​ອົາຄວາມ​ຮູ້​ດ້ານ​ວິທະຍາ​ດສາດ, ການ​ທະ​ການ​ທີ່​ທັນ​ສະ​ໄໝ​ໂດ​ຍ​ໄວ, ​ເພື່ອ​ສາມາດ​ບັນຊາ​ກຳ​ປັ່ນ​ດຳ​ນ້ຳ ​ໄດ້​ເປັນ​ຢ່າງ​ດີ ພາຍຫຼັງ​ທີ່​ລັດ​ເຊຍ ມອບ​ໂອນ​ໃຫ້​ແກ່​ຫວຽດນາມ. ທ່ານ​​ເນັ້ນ​ໜັກ​ວ່າ, ກອງ​ທັບ​ປະຊາຊົາຫວຽດນາມ ​ເວົ້າ​ລວມ ​ແລະ ກຳລັງ​ທະຫານ​ເຮືອ​ເວົ້າ​ສະ​ເພາະ ຄວນ​ປະຕິບັດ​ບັນດາ​ມາດ​ຕະການ​ໃກ້​ຊິດ​ຕິດ​ແທດ​ກັບ​ຕົ​ວຈິ່ງ ​ເພື່ອ​ແນ​ໃສ່​ກໍ່ສ້າງ​ກຳລັງ​ປະຕິວັດ​, ​ເປັນ​ກຳລັງ​ຫຼວງ, ທັນ​ສະ​ໄໝ, ມີ​ຄວາມ​ສາມາດ​ຢ່າງ​ພຽງພໍ, ​ເພື່ອ​ປ້ອງ​ກັນ​ຕົວ ​ແລະ ປົກ​ປັກ​ຮັກສາ​ອະທິປະ​ໄຕ​ຂອງ​ປະ​ເທດ​ຊາດ.

        ​ເມື່ອ​ພົບ​ປະ​ກັບ​ວົງ​ການ​ນັກ​ຂ່າວ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຊີ້​ແຈ້ງວ່າ, ​ເລື່ອງ​ສະຫະພັນ​ລັດ​ເຊຍ ມອບ​​ໂອນ​ກຳ​ປັ່ນ​ດຳ​ນ້ຳ​ໃຫ້​ແກ່​ຝ່າຍ​ຫວຽດນາມ ບໍ່​ພຽງ​ແຕ່​ແມ່ນ​ສັນຍາ​ທີ່​ມີ​ລັກສະນະ​ການ​ຄ້າ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນ​ປະກົດ​ການ​ຂອງ​ສາຍ​ພົວພັນ​ຮ່ວມ​ມື​ມິດຕະພາບ, ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ລະຫວ່າງ 2 ປະ​ເທດ​ຫວຽດນາມ - ລັດ​ເຊຍ.

ຂ່າວ/ບົດ​ອື່ນ