ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງຕ້ອນຮັບ ເອກອັກຄະລັດຖະທູດ ນອກແວ ແລະ ຊາອຸດິ ອາຮາເບຍ

ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງຕ້ອນຮັບ ເອກອັກຄະລັດຖະທູດ ນອກແວ ແລະ ຊາອຸດິ ອາຮາເບຍ - ảnh 1
(ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ)

(vovworld) - ຕອນ​ບ່າຍ​ວັນ​ທີ 12/6, ຢູ່​ສຳນັກງານ​ລັດຖະບານ, ​ໃນ​ການ​ຕ້ອນຮັບທ່ານ ເອກ​ອັກຄະ​ລັດຖະທູດນອກ​ແວ   Stale Torstein Rosa ​ແລະ ທ່ານ ເອກ​ອັກຄະ​ລັດຖະທູດ ຊາ​ອຸ​ດິ ອາ​ຮາ​ເບຍ Salah A. H. Sharhan ​ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ຢູ່​ຫວຽດນາມ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຕີ​ລາຄາ​ສູງ​ການ​ປະກອບສ່ວນ​ຂອງ​ເອກ​ອັກຄະ​ລັດຖະທູດ​ທັງ​ສອງ​ທ່ານ​ໃນ​ການ​ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ ​ກັບ ນອກ​ແວ ​ແລະ ຊາ​ອຸ​ດິ ອາ​ຮາ​ເບຍ; ພ້ອມ​ທັງ​ສະ​ເໜີ​​ສອງ​ປະ​ເທດ​ນີ້​ສືບ​ຕໍ່​ຊຸກຍູ້​ການ​ຮ່ວມ​ມື​ກັບ​ຫວຽດນາມ​ໃນ​ຂົງ​ເຂດ​ການ​ເມືອງ, ການ​ຕ່າງປະ​ເທດ, ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ, ທ່ອງ​ທ່ຽວ, ODA…

        ເມື່ອ​ຕ້ອນຮັບທ່ານເອກ​ອັກຄະ​ລັດຖະທູດນອກ​ເວ Stale Torstein Rosa ທ່ານ ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ຫວັງ​ວ່າ ນອກ​ແວ ສືບ​ຕໍ່​ມີ​ສຽງ​ເວົ້າ​ຢ່າງ​ແຮງ​ຕໍ່​ການ​ກະທຳ​ລະ​ເມີດ​ກົດໝາຍ​ສາກົນ​ຢ່າງ​ແຮງ​ຂອງ​ຈີນ ​ເມື່ອ​ຕັ້ງ​ຮ້ານ​ເຈາະ​ນຳ້ມັນ​ຢູ່​ເຂດ​ເສດຖະກິດ​ຈຳ​ເພາະ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ.

​ເມື່ອ​ຕ້ອນຮັບທ່ານເອກ​ອັກຄະ​ລັດຖະທູດ ຊາ​ອຸ​ດິ ອາ​ຮາ​ເບຍ Salah A. H. Sharhan, ​ ທ່ານ​ນາຍົກລັດຖະມນຕີ​ກໍ່​ຢືນຢັນ​ວ່າ​ຫວຽດນາມ​ພ້ອມ​ແລ້ວ​ທີ່​ຈະ​ສະໜອງ​ແຮງ​ງານ​ໃຫ້ ຊາ​ອຸ​ດິ ອາ​ຮາ​ເບຍ ຕາມ​ຄວາມ​ຕ້ອງການ, ສ້າງ​ເງື່ອນ​ໄຂ​ສະດວກ ​ເພື່ອ​ໃຫ້​ບັນດາ​ວິ​ສາ​ຫະກິດ ຊາ​ອຸ​ດິ ອາ​ຮາ​ເບຍ ຮ່ວມ​ມື​ລົງທຶນ ​ແລະ ທຳ​ມາ​ຫາ​ກິນ​ຍາວ​ນານ​ຢູ່​ຫວຽດນາມ.

ຂ່າວ/ບົດ​ອື່ນ